วันอังคารที่ 27 กันยายน พ.ศ. 2554

ສັບສົນເລື້ອງຄວາມຝັນກັບເປົ້າຫມາຍ

ຄວາມຝັນຄືເປົ້າພາບໃຫຍ່ໂດຍລວມຂອງຊີວິດ ແຕ່ເປົ້າຫມາຍກໍ່ຄືການກຳນົດຢ່າງສະເພາະເຈາະຈົງລົງໄປ ໂດຍມີເວລາກຳກັບ ເຊັ່ນ ຂ້ອຍຈະມີລາຍໄດ້ເດືອນລະ 80.000 ບາດ ເດືອນໃດ ປີໃດ … ຫລື 300.000 ບາດ ເມື່ອໃດ ປີໃດ ທີ່ບອກວ່າໃຫ້ຕັ້ງເປົ້າໜາຍແບບເອື້ອມເຖີງກໍ່ຄື ຄ່ອຍໆ ຂະຍັບຂື້ນໄປເທື່ອລະຂັ້ນຕອນ ເຊັ່ນ ປີນີ້ ເພີ່ມຈາກ 50.000 ບາດ ເປັນ 80.000 ບາດ …ປີໜ້າເປັນ 150.000 ບາດ … ອີກ 2 ປີຂ້າງໜ້າເປັນ 300.000 ບາດ. ຫລືວ່າຈະຕັ້ງຈາກ 50.000 ບາດ ເປັນ 300.000 ບາດ ເລີຍກໍ່ໄດ້ ທ້າທາຍຕົວເອງດີເໜືອນກັນ ພຽງແຕ່ວ່າເວລາທີ່ເຮົາຕັ້ງເປົ້າກະໂດດຫລາຍໆແບບນີ້ ໃຈຂອງເຮົາລຶກໆມັນຄ້ານກັບຕົວເອງຫລືບໍ່? ຖ້າບໍ່ຄັດຄ້ານ..ກໍ່ບໍ່ມີບັນຫາ… ແຕ່ຖ້າຄັດຄ້ານ ເຮົາກໍ່ຕັ້ງເອົາພໍແບບເອື້ອມເຖີງກ່ອນ ແລະຄ່ອຍຂະຍັບຂື້ນໄປເລື້ອຍໆ ທີ່ອະທິບາຍມານີ້ເຂົາໃຈບໍ່? ລອງເຮັດເບີ່ງ ແລ້ວສັງເກດຕົວເອງວ່າ ຄິດ ເວົ້າ ແລະເຮັດຫຍັງໄປແດ່ ແລ້ວເກີດຜົນຫຍັງແດ ປັບປ່ຽນວິທີການໃຫ້ເໜາະສົມ ສີ່ງສຳຄັນທີ່ຢາກເນັ້ນອີກຢ່າງກໍ່ຄື ຫາຄວາມຮູ້ທີ່ຈະນຳພາເຮົາໄປສູ່ເປົ້າໜາຍຢູ່ຢ່າງສະຫມໍ່າສະເຫມີ ແລ້ວຄວາມສຳເລັດກໍ່ຈະເປັນຂອງເຮົາແນ່ນອນເດີ!!!

ไม่มีความคิดเห็น:

แสดงความคิดเห็น