วันอังคารที่ 27 กันยายน พ.ศ. 2554

ບໍ່ຮູ້ວ່າຕົວເອງມັກອາຊີບຫຍັງ

ບໍ່ມີອາຊີບໃດທີ່ບໍ່ໄດ້ເວົ້າ ແຕ່ອາຊີບທີ່ໃຊ້ທັກສະການເວົ້າ ສາມາດສ້າງລາຍໄດ້ມະຫາສານຫລາຍກວ່າການໃຊ້ແຮງງານ ຍົກຕົວຢ່າງໄກ້ໆຊັດໆເຊັ່ນ ຂ້ອຍທອງຈັນເວົ້າກັບທຸກຄົນໃຊ້ແຮງປະກອບໜ້ອຍດຽວ ກໍ່ສ້າງລາຍໄດ້ ອາຊີບທີ່ສ້າງລາຍໄດ້ຈາກການຂາຍ ບໍ່ວ່າຈະຂາຍສີ່ງຂອງ ຂາຍຄວາມຄິດ ມັກຈະເຮັດໃຫ້ຄົນລໍ້າລວຍໄດ້ ແຕ່ຄົນທີ່ຂາຍແຮງຂ້ອຍບໍ່ເຄີຍເຫັນໃຜລວຍເລີຍ ບໍ່ວ່າງານຫຍັງ ຖ້າເຮົາຢາກຈະທຳໃຫ້ສຳເລັດ ເຮົາຕ້ອງຮັກມັນກ່ອນ ວາງເປົ້າໜາຍກັບມັນວ່າເຮົາທຳເພື່ອຕ້ອງການຫຍັງຈາກມັນ ແລ້ວເຊື່ອວ່າມັນໃຫ້ເຮົາໄດ້ຢ່າງຫມົດໃຈ ທີ່ນີ້ເຮົາທຳງານຫຍັງມັນກໍ່ຈະເຫມາະກັບເຮົາທຸກງານ ແລະເຮົາກໍ່ຕ້ອງໂອ້ລົມກັບຄົນທີ່ຄວາມຄິດໃນເຊີ່ງບວກ ມອງໂລກໃນແງ່ດີ ໄວ້ເປັນທີ່ປຶກສາ ຢ່າໂອ້ລົມກັບຄົນທີ່ເຮົາມອງແລ້ວເຫັນວ່າເປັນຄົນທີ່ຫລົ້ມເຫລວ ເຂົາຈະດຶງເຮົາລົ້ມເຫລວດ້ວຍ ເຈົ້າເປັນຄົນເກັ່ງເດີ ເກັ່ງທີ່ຮູ້ວ່າຢາກຈະຫາງານທີ່ເໜາະກັບຕົວເອງ ບໍ່ມີຫຍັງທີ່ເປັນໄປບໍ່ໄດ້ ທຸກຢ່າງທີ່ຄວາມຄິດ.. ຖ້າມີຄວາມປາດຖະໜາຢ່າງແຮງກ້າຕໍ່ສີ່ງນັ້ນຈິງໆ ກໍ່ຈະຫາວິທີທຳມັນຈົນໄດ້ນັ້ນແຫລະເດີ++ ບັນຫາທີ່ທຳໃຫ້ຊີວິດບໍ່ເປັນຢ່າງທີ່ເຮົາຕ້ອງການກໍ່ເພາະວ່າ ເຮົາ ບໍ່ຮູ້ຊັດ ວ່າເຮົາຢາກມີຫຍັງ ເຮົາຢາກເປັນຫຍັງ ເຮົາຢາກເຮັດຫຍັງ“ ຄົນທີ່ໄດ້ໃນສີ່ງທີ່ຕົວເອງຕ້ອງການກໍ່ຕ້ອງຮູ້ໃຫ້ຊັດກ່ອນວ່າຕົວເອງຕ້ອງການ ຜົນລັບຫຍັງ? ຖ້າເຮົາຮູ້ແຕ່ວ່າເຮົາຢາກໄປຕ່າງປະເທດ ແລ້ວກໍ່ຂື້ນເຄື່ອງບິນ ພໍຄົນຂັບຖາມວ່າ “” ເຈົ້າຢາກໄປໃສ"" ແລ້ວເຮົາຕອບວ່າ '' ບໍ່ຮູ້ ‘’ ເຂົາຈະພາເຮົາໄປຖຶກບໍ່? ເອົາລະ ຖ້າຢາກໄດ້ຄຳແນະນຳວ່າທຳອາຊີບຫຍັງ ລອງເປັນ “” ຄູສອນພິເສດ’’ ໃນເລື່ອງມທີ່ເຈົ້າຊອບແລະທະນັດເດີ ຈະສອນເດັກຫລືຜູ້ໃຫຍ່ ກໍ່ລອງພິຈາລະນາ ຂໍອວຍພອນໃຫ້ເຈົ້າໄດ້ຮູ້ຈັກຕົວເອງຊັດເຈນໄວໆເດີ

ไม่มีความคิดเห็น:

แสดงความคิดเห็น