ມະຫາວິທະຍາໄລນັ້ນສອນເລື້ອງ ທຳມາຫາກິນ ແຕ່ວິທະຊາໄລ ສອນເລື້ອງທຳມາຫາທຳ ຖ້າມີທຳແລ້ວມັນກໍ່ໄດ້ກິນເອງ ນີ້ຄືພາລະກິດຫລັກຂອງມະນຸດຊາດເຮົາ
วันศุกร์ที่ 23 กันยายน พ.ศ. 2554
ວັນນີ້ເຈົ້າຢາກເອົາຫຍັງໃສ່ເຂົ້າໄປໃນຊີວິດຂອງເຈົ້າ?
ວັນນີ້ເຈົ້າຢາກເອົາຫຍັງໃສ່ເຂົ້າໄປໃນຊີວິດຂອງເຈົ້າ?
ເອົາລະວັນນີ້ຂ້ອຍຢາກຈະໃຫ້ທ່ານເອົາສີ່ງຂອງໃສ່ກະເປົາເປ້ໃໜ່ ຄົນທີ່ທ່ານຮັກ, ເພື່ອນຂອງເພື່ອນ, ຄົນໃນອອຟຟິດຊື່ງເປັນຄົນທີ່ເຈົ້າເຊື່ອໃຈທີ່ເຈົ້າສາມາດມອບຄວາມຮັກໃຫ້ໄດ້, ປ້າຂອງເຈົ້າ, ລຸງຂອງເຈົ້າ ແລະ ສຸຸດທ້າຍເມຍແລະລູກໆຂອງເຈົ້າ, ແຟນໜຸ່ມຂອງເຈົ້າ ຫລື ແຟນສາວຂອງເຈົ້າຈັບພວກເຂົາໃສ່ກະເປົາໄວ້ບໍ່ຕ້ອງກັງວົນດ໋ອກວ່າຈະຈູດໄຟເຜົາມັນ ຈົນກະທັ້ງຮັບນໍ້າໜັກຂອງມັນ. ຢ່າເຮັດຜິດພາດຄວາມສຳພັນຂອງເຈົ້າແມ່ນສີ່ງທີ່ສຳຄັນທີ່ສຸດໃນຊີວິດຂອງເຈົ້າ. ຮູ້ສຶກສາຍທີ່ຮັດບ່າໄຫລ່ຂອງເຈົ້າຫລືບໍ່ໃນຕອນນີ້, ທັ້ງການຕໍ່ລອງກັນແລະ ການໂຕ້ຖຽງກັນ ຄວາມຮັກແລະ ການຍິນຍອມ ເຈົ້າບໍ່ຕ້ອງແບກນໍ້າໜັກທັ້ງໜົດດອກເດີ, ເປັນຫຍັງເຈົ້າບໍ່ວາງກະເປົາລົງ. ສັດບາງປະເພດເກີດມາເພື່ອເພີ່ງພາກັນ ແລະ ກັນ. ມີຄູ່ພຽງຄັ້ງດຽວ ເຊັ່ນຕົວຢ່າງ ພວກປາດາວ, ຫົງທີ່ມີຄ່ດຽວ. ຍີ່ງເຮົາເຄື່ອນໄຫວຊ້າ ເຮົາຈະຍີ່ງຕາຍໄວ ເຮົາບໍ່ແມ່ນຫົງ ແຕ່ເຮົາເປັນສະຫລາມ.
ມີຄຳກ່າວໄວ້ວ່າ…
ບໍ່ຟັງ…ສູ້ຟັງບໍ່ໄດ້
ຟັງ…ສູ້ເຫັນບໍ່ໄດ້
ເຫັນ…ສູ້ຮູ້ບໍ່ໄດ້
ຮູ້…ສູ້ປະຕິບັດບໍ່ໄດ້
ຮຽນຮູ້…ຈົນສາມາດນຳໄປປະຕິບັດໄດ້ຈິງ
ຈະຖືວ່າ…ຈົບຫລັກສູດ
ຖ້າບໍ່ພົບກັບຄວາມທຸກຍາກ…ກໍ່ບໍ່ໄດ້ສີ່ງໃດມາ
ຢືນຕາຍ…ຢູ່ເທີງເກີບຂອງຕົວເອງ
ດີກ່ວາ..ຊີວິດຢູ່ດ້ວຍການຄຸເຂົ່າ
ອ່ອນຫລາຍ…ມັກຖຶກຂົ່ມ
ແຂງຫລາຍ…ມັກຖຶກໂຄ້ນລົ້ມ
ຄົນເກັ່ງຄົນນື່ງ…ຍັງມີຄົນຊ່ວຍຢ່າງນ້ອຍ…ສາມຄົນ
ສູ້ສູ້!!! ເປັນກຳລັງໃຈໃຫ້ເຈົ້າສະເໜີ
ຢາກໃຫ້ເຈົ້າປະສົບຄວາມສຳເລັດໃນຊີວິດ
สมัครสมาชิก:
ส่งความคิดเห็น (Atom)
ไม่มีความคิดเห็น:
แสดงความคิดเห็น