วันอังคารที่ 27 กันยายน พ.ศ. 2554

ຮູ້ສຶກແຍ້ກັບຕົວເອງ

ທ່ານຢ່າດູຖູກຕົວເອງ ຢ່າລົດພະລັງຕົວເອງ ເວລາເຮົາທຳໃນສີ່ງໃຫມ່ໆ ກໍ່ເຫມືອນເດັກຫັດເດີນ ລົ້ມແດ່ກໍ່ບໍ່ເປັນຫຍັງ ແຕ່ໃຫ້ລຸກຂື້ນມາໃໜ່ໃຫ້ໄວທີ່ສຸດ ແລະຖ້າບໍ່ມີຄົນໃຫ້ກຳລັງໃຈເຮົາ ເຮົານີ້ແຫລະທີ່ຕ້ອງໃຫ້ກຳລັງໃຈຕົວເອງ!!OK ບໍ່? ລອງສູ້ອີກຄັ້ງໄດ້ບໍ່? ແຕ່ຖ້າສີ່ງໃຫມ່ທີ່ທຳມັນບໍ່ແມ່ນເຮົາຈິງໆ ກໍ່ປ່ຽນໃໜ່ໄດ້ເດີ!!! ຂ້ອຍເຊື່ອວ່າເຈົ້າມີພະລັງ ເຈົ້າທຳໄດ້ YES!YES!YES! ເປັນກຳລັງໃຈໃຫ້ເຈົ້າອີກຄົນເດີ ການຕັດຕົ້ນໄມ້ຜິດຕົ້ນ ປີນຕຶກຜິດຕຶກອາດໃຫ້ເສຍເວແລະ ລາເພາະເວລາບໍ່ສາມາດຮຽກກັບຄືນມາໄດ້ ຄົ້ນຫາຕົວຕົນໃຫ້ພົບວ່າ ເຮົາຮັກແລະມັກຫຍັງກັນແທ້ ທຳໃນສີ່ງທີ່ເຮົາຮັກ ແລະ ມັກ ແລະມີລາຍໄດ້ໄປດ້ວຍຈະເຮັດໃຫ້ເຮົາມີຄວາມສຸກຫລາຍໆ ນີ້ແຫລະຄືສຸດຢອດຂອງຊີວິດ ການເດີນອອກຈາກອບມາສູ່ໂລກກວ້າງ ຖືວ່າທ່ານສຸດຢອດຫລາຍ ໃນຄວາມຄິດຂ້ອຍເມື່ອອອກສູ່ໂລກກວ້າງຄວນມີເກາະປ້ອງກັນ ແລະມີໂຄ້ດຄອຍແນະນະ ເພາະໂລກກວ້າງມີດີຫລາຍ ແລະ ບໍ່ດີກໍ່ຫລາຍ ມີທັ້ງສິງ ສາ ລາສັດ ຫລວງຫລາຍ ເຮົາຈະຕ້ອງມີເປົ້າທີ່ຕ້ອງການຊັດເຊນວ່າຄືຫຍັງ ຈະໄປໃສ ແລະພະຍາຍາມໄປໃຫ້ເຖີງ ໃນໄລຍະເວລາອັນສັ້ນ ດ້ວຍວິທີໃດ ແນວໃດ ໂດຍໃຜ ຂໍຮ່ວມເປັນກໍາລັງໃຈໃຫ້ອີກຄົນເດີ

ไม่มีความคิดเห็น:

แสดงความคิดเห็น