วันอังคารที่ 27 กันยายน พ.ศ. 2554

ກຳລັງໃຈແກ່ຄົນເປັນໜີ້

ເຮົາຕ້ອງທຳຄວາມເຂົ້າໃຈກ່ອນວ່າ’’ ຕົວໜີ້ສີນ’’ ບໍ່ໄດ້ເປັນກ້ອນທຸກ ເພາະບາງຄົນມີໜີ້ກໍ່ບໍ່ໄດ້ເປັນທຸກ ເຊັ່ນ ນັກທຸລະກິດບາງຄົນ ເອົາເງີນແບ໋ງມາລົງທືນເຂົາກັບດີໃນວ່າ ແບ້ງໃຫ້ເຄຣດດິດ ສີ່ງທີ່ຂ້ອຍຢາກຈະບອກກໍ່ຄື ‘’ ຕົວໜີ້ສີນ’’ ບໍ່ໄດ້ເປັນຕົວທຸກ ແຕ່ຄົນເປັນທຸກເພາະຄວາມບໍ່ຢາກມີໜີ້ ‘’ ເຈົ້າຄວາມ’’ ຢາກຫລືບໍ່ຢາກ’’ ທີ່ຢູ່ໃນໃຈຄົນນີ້ແຫລະ ທີ່ເຮັດໃຫ້ຄົນເປັນທຸກ ຖ້າມີໜີ້ເກີດຂື້ນແລ້ວ ກໍ່ເບີ່ງແລະຮັບຮູ້ວ່າມີໜີ້ ແຕ່ຢ່າເອົາໃຈເຮົາໄປແບກຫລືຕ້ານວ່າຂ້ອຍບໍ່ຢາກມີໜີ້ ເພາະມັນຈະເຮັດໃຫ້ເຮົາໜັກແລະເມື່ອຍໃນຄວາມຮູ້ສຶກ ແລະນັ້ນຄືຕົວທຸກ ສີ່ງສຳຄັນຄື ເຮົາຕ້ອງຮັກສາໃຈບໍ່ໃຫ້ເປັນທຸກ ບໍ່ໃຫ້ເສົາຫມອງ ເພາະຈະທຳໃຫ້ດຶງດູດເລື້ອງບໍ່ດີເຂົ້າມາເພີ້ມຂື້ນ ຖ້າໃຈເສົ້າຫມອງ ມີໜີ້ ກໍ່ມີໜີ້…ຄ່ອຍໆຜ່ອນໃຊ້ຄືນເຈົ້າໜີ້ເຂົາໄປ…ພະຍາຍາມເຈລະຈາຂໍຜ່ອນລາຍເດືອນໃຫ້ໜ້ອຍແດ່ ໂດຍຂໍຢຶດເວລາອອກໄປ…ເພາະເຮົາຈຳເປັນຕ້ອງມີເງີນສົດໜູນວຽນເພື່ອໃຊ້ໃນການດຳເນີນຊີວິດຫລືໃຊ້ໃນການລົງທືນໃຫ້ເກີດເງີນງອກເງີຍຂື້ນ ໄດ້ຂື້ນວ່າມີໜີ້ ບໍ່ເຮັດໃຫ້ເຮົາຕາຍດ໋ອກ ແຕ່ຖ້າບໍ່ມີເງີນກິນເຂົ້ານິຕິອາດຈະເຮັດໃຫ້ຕາຍໄດ້ ສີ່ງສຳຄັນຄື ຢ່າກໍໜີ້ເພີ້ມ ໂດຍສະເພາະໜີ້ທີ່ເອົາໄປຊື້ຂອງຟຸມເຟື່ອຍ ຫລືຊື້ຂອງທີ່ບໍ່ໃຫ້ເກີດລາຍໄດ້ກັບມາ ເຊັ່ນ ມືຖືຫລຸ້ນໃຫມ່ TV ແລະ ອື່ນໆ ການຮຽນຮຸູ້ເລື້ອງການບໍລິຫານການເງີນກໍ່ເປັນເລື້ອງຈຳເປັນ ລອງຫາໜັ່ງສືພວກນີ້ມາອ່ານເບີ່ງຈະຊ່ວຍທຳໃຫ້ເຮົາປົດໜີ້ໄດ້ໄວຂື້ນຫລືແມ້ກະທັ້ງມັ່ງຄັ່ງລໍ້າລວຍຂື້ນມາໄດ້ ຂໍໃຫ້ກຳລັງໃຈສຳລັບຄົນມີໜີ້ ຂໍໃຫ້ຫມົດໜີ້ໄວໆເດີ ຢ້ານໆກວາໆ ເມື່ອຕ້ອງເວົ້າ Present ໜ້າຫ້ອງ 1. ຄິດວ່າຄົນຟັງຄືເພື່ອນຂອງເຮົາ ເປັນຫຍັງເວົ້າເທື່ອລະຄົນກ້າເວົ້າແຕ່ເວົ້າໃຫ້ຟັງພ້ອມກັນຫລາຍຄົນບໍ່ກ້າເວົ້າ? 2. ບໍ່ກ້າສົບສາຍຕາ ກໍ່ໃຫ້ມອງທີ່ໜ້າຜາກແທນ 3. ຝຶກເວົ້າເບົາໆ ດຽວກໍ່ຊິນເຄີຍເອງ ຄວາມຈິງເລື້ອງການເວົ້າຕໍ່ໜ້າຊຸມຊົນເປັນສີນລະປີນຊັ້ນສູງ ຊື່ງຈະຕ້ອງຮຽນຮູ້ ແລະຝຶກເວົ້າກັນຢ່າງຈິງຈັງເປັນເລື້ອງເປັນລາວເລີຍ

ไม่มีความคิดเห็น:

แสดงความคิดเห็น