ມະຫາວິທະຍາໄລນັ້ນສອນເລື້ອງ ທຳມາຫາກິນ ແຕ່ວິທະຊາໄລ ສອນເລື້ອງທຳມາຫາທຳ ຖ້າມີທຳແລ້ວມັນກໍ່ໄດ້ກິນເອງ ນີ້ຄືພາລະກິດຫລັກຂອງມະນຸດຊາດເຮົາ
วันอังคารที่ 27 กันยายน พ.ศ. 2554
ຢາກມີແຮງບັນດານໃຈ
ຂ້ອຍຢາແນະນຳໃຫ້ເຈົ້າໃຫ້ຫາເວລາໂອ້ລົມກັບເພື່ອນຂອງເຮົາ ແຕ່ໃຫ້ລົມກັນຕອນທຸກຄົນອາລົມດີ
ຖາມພວກເຂົາວ່າ …ເຂົາເປັນຫຍັງຫລືບໍ່ ເຂົາບໍ່ມັກຫຍັງເຮົາບ່ອນໃດ
ຫລືບໍ່ ເປັນຫຍັງຫລັງໆມານີ້ ເຮົາໂອ້ລົມຖາມເລື້ອງຫຍັງໄປ ພວກເຂົາບໍ່ຍອມບອກ ເຮົາຮູ້ສຶກບໍ່ສະບາຍໃຈ … ແລ້ວຟັງຄຳຕອບເຂົາເບີ່ງ.
ເຂົາຈະບໍ່ໄດ້ຄິດຫຍັງກັບເຮົາໃນຈຸດທີ່ເຮົາກັງວົນກໍ່ໄດ້ ຫລືເຂົາອາດຈະບໍ່ພໍໃຈກັບເຮົາດ້ວຍເຫດອື່ນກໍ່ໄດ້ ເພາະສະນັ້ນ ຖາມເຂົາໃຫ້ຊັດເຈນກ່ອນ
ແຕ່ຖ້າເຂົາບໍ່ພໍໃຈເລື້ອງທີ່ເຈົ້າກັງວົນໃຈຢູ່ ກໍ່ໃຫ້ບອກເຂົາວ່າ
ທີ່ຜ່ານມາເຮົາອາດຈະຂໍຄວາມຊ່ວຍເຫລືອຈາກເຂົາ ຊື່ງເຮົາກໍ່ຂໍຂອບໃຈ ທີ່ເຂົາໃຈດີສອນເຮົາ ບອກເຮົາ
ຂໍໃຫ້ມີຄວາມກ້າຫານໃນການໂອ້ລົມກັບເພື່ອນໃຫ້ເກີດຄວາມຊັດເຈນວ່າມັນເກີດຍຫຍັງຂື້ນ
ຖ້າເຮົາບໍ່ກ້າໂອ້ລົມ ເຮົານີ້ແຫລະທີ່ຈະແບກຄວາມສົງໄສແລະຄວາມບໍ່ສະບາຍໃຈຕໍ່ໄປ ແລະ ຂ້ອຍເຊື່ອວ່າຄວາມເປັນເພື່ອນແລະຄວາມຈິງໃຈທີ່ເຮົາມີໃຫ້ກັບເຂົາ
ຈະທຳໃຫ້ເຂົາເຂົ້າໃຈເຮົາ ແລະ ຍອມຮັບເຮົາເປັນເພື່ອນເຊັ່ນກັນເດີ
ເຈົ້າມີພະລັງ ຂ້ອຍເຊື່ອໜັ້ນ ເຈົ້າທຳໄດ້
สมัครสมาชิก:
ส่งความคิดเห็น (Atom)
ไม่มีความคิดเห็น:
แสดงความคิดเห็น