วันอังคารที่ 27 กันยายน พ.ศ. 2554

ຢາກຈະປ່ຽນບຸກຄະລິກຂອງຕົວເອງ

ສິ່ງທີ່ຂ້ອຍແນະນຳໃນເບື້ອງຕົ້ນຄື 1. ຍີ້ມຫລາຍໆພະຍາຍາມຢຶດເອີກໜັ້ນໃຈເຂົ້າໄວ້ ແລະ ຍ່າງໃຫ້ໄວຂື້ນກວ່າເດີມ 25% 2. ເວລາເວົ້າກັບໃຜ ໃຫ້ຍີ້ມ ແລະ ສະແດງທ່າທາງຂອງຄວາມກະຕືລືລົ້ນອອກມາດ້ວຍ ok ບໍ່? ຂໍໃຫ້ຮຽນຮູ້ແລະຝຶກຝົນຕົວເອງໄປເລື້ອຍໆ ແລ້ວເຈົ້າກໍ່ຈະມີຊີວິດທີ່ເຈົ້າໄຝ່ຝັນໄດ້ເດີ… ຢູ່ກັບຄົນຄິດບໍ່ດີເວົ້າບໍ່ດີເຮັດແນວໃດ ກຸ່ມຄົນທີ່ເຮົາແວດລ້ອມເຮົາສຳຄັນຫລາຍ ພະຍາຍາມໃກ້ຄົນທີ່ຄິດບວກແລະເປັນຄົນດີແລະຢູ່ໃຫ້ໄກຈາກພວກຄິດລົບແລະຂີ້ ນິນທາ ແຕ່ຖ້າຫລີ້ກລ້ຽງບໍ່ໄດ້ ກໍ່ຢ່າໄປຟັງ ແລະບໍ່ຕ້ອງເຮັດໃຫ້ຕົວເອງຫງຸດງິດ ຫລື ໜົດພະລັງ ບໍ່ມີໃຜຈະມີອິດທິພົນກັບເຮົາໄດ້ ຖ້າເຮົາບໍ່ຮັບຄຳເວົ້າຂອງຄົນເຫລົ່ານັ້ນມາໄວ້ໃນໃຈ ຄິດສະເຫມີວ່າ….ມານບໍ່ມີ ບາລະມີບໍ່ເກີດ!!!

ไม่มีความคิดเห็น:

แสดงความคิดเห็น