ມະຫາວິທະຍາໄລນັ້ນສອນເລື້ອງ ທຳມາຫາກິນ ແຕ່ວິທະຊາໄລ ສອນເລື້ອງທຳມາຫາທຳ ຖ້າມີທຳແລ້ວມັນກໍ່ໄດ້ກິນເອງ ນີ້ຄືພາລະກິດຫລັກຂອງມະນຸດຊາດເຮົາ
วันอังคารที่ 27 กันยายน พ.ศ. 2554
ເບື່ອສີ່ງແວດລ້ອມ
ອາກາດເບື່ອມາຈາກຫລາຍສາເຫດ
1. ທຳງານທີ່ເຮົາບໍ່ມັກ ມັນບໍ່ແມ່ນຕົວຕົນຂອງເຮົາຈິງໆ ເຮັດໃຫ້ຝືນຄວາມຮູ້ສຶກທຸກມື້ທຸກວັນ
2. ມອງສີ່ງຕ່າງໆໃນແງ່ລົບ ບໍ່ມີໃຜໄດ້ເລື້ອງໃນສາຍຕາເຮົາ
3. ຄາດຫວັງຫລາຍເກີນໄປ ຢາກໃຫ້ໄດ້ຫຍັງດັ່ງໃຈເຮົາ ພໍບໍ່ໄດ້ ເຮົາຈິງຫງຸດງິດລຳຄານໃຈ
4. ບໍ່ເຫັນຄຸນຄ່າໃນງານທີ່ທຳ ແລະບໍ່ເຫັນຄຸນຄ່າໃນຕົວເອງ ຈິ່ງບໍ່ມີຄວາມສຸກໃນການທຳງານ
5. ສະພາບແວດລ້ອມໃນການທຳງານບໍ່ເອື້ອອຳນວຍຈິງໆ ເຊັ່ນ ເພື່ອນຮ່ວມງານຂີ້ນິນທາ ເຈົ້ານາຍໂມໂຫຮ້າຍ ບ້ານໄກຈາກທີ່ທຳງານ
6. ແລະອື່ນໆອີກສາລະພັດເຫດ
ຫລັກການໃຫຍ່ໆເລີຍຢູ່ທີ່ຄວາມຄິດ ທັດສະນະຄິຕິ ແລະມຸມມອງຂອງເຮົາເອງທີ່ມີຕໍ່ສີ່ງຕ່າງໆເຈົ້າມີທາງເລືອກຄື
1. ຖ້າລາອອກບໍ່ໄດ້ ກໍ່ປ່ຽນມຸມມອງຂອງເຮົາໃຫ້ເປັນບວກ ຫັດເຫັນຄຸນ່າ ຫັດຊື່ນຊົມສີ່ງຕ່າງໆໃນທີ່ທຳງານຂອງເຮົາແດ່ ບໍ່ວ່າຈະເປັນໜ້າທີ່ຄວາມຮັບຜິດຊອບຂອງເຮົາ
ຫລືຜູ້ຄົນໃນທີ່ທຳງານຂອງເຮົາ ທຳໃຈຍອມຮັບໃນສີ່ງທີ່ເຂົາເຫລົ່ານັ້ນເປັນ ຄົງບໍ່ມີໃຜຄິດ ເວົ້າແລະທຳທຸກຢ່າງເໜືອນເຮົາໄດ້ດ໋ອກ ແມ່ນບໍ່?
2. ຖ້າເຮັດໃນຂໍ້1ບໍ່ໄດ້ ໃຫ້ມອງຫາງານໃຫມ່ທີ່ເຮົາມັກຈິງໆ ຖ້າເຂົາຮັບແລ້ວຄອຍລາອອກ ຢ່າອຶດອັດທໍ້ຖອຍໃຈ ເພາະຖ້າເຈົ້າບໍ່ມີກິຈິດກະໃຈຈະທຳງານ ຜົນງານກໍ່ອອກມາບໍ່ດີ
ແລະຊີວິດຂອງເຈົ້າຈະລຸ້ງໄດ້ແນວໃດ ແມ່ນບໍ່ໍ?
ເຈົ້າເລືອກແບບໃດ ຊ່ວຍບອກຂ້ອຍແດ່ ຂໍໃຫ້ໂຊກດີ
สมัครสมาชิก:
ส่งความคิดเห็น (Atom)
ไม่มีความคิดเห็น:
แสดงความคิดเห็น