ມະຫາວິທະຍາໄລນັ້ນສອນເລື້ອງ ທຳມາຫາກິນ ແຕ່ວິທະຊາໄລ ສອນເລື້ອງທຳມາຫາທຳ ຖ້າມີທຳແລ້ວມັນກໍ່ໄດ້ກິນເອງ ນີ້ຄືພາລະກິດຫລັກຂອງມະນຸດຊາດເຮົາ
วันอังคารที่ 27 กันยายน พ.ศ. 2554
ຢາກປ່ຽນແປງຕົວເອງແຕ່ກໍ່ຮູ້ສຶກວ່າມັນຫຍຸ້ງຍາກ
ມີຊາວນາຄົນນື່ງ ຢາກກ່ຽວເຂົາໃນທົ່ງນາໄປຂາຍ ເພື່ອຈະມີຊີວິດຢູ່ຢ່າງສຸກສະບາຍ ແຕ່ລະວັນເຂົາຈະຕື່ນຂື້ນມາ
ເບີ່ງທ່ົງນາປະມານ 10 ນາທີ ແລ້ວກໍ່ກັບໄປນອນ
ເຂົາທຳແບບນີ້ວັນແລ້ວວັນເລ່ົາ ແລ້ວກໍ່ກົງວັນໃຈວ່າ ເມື່ອໃດນໍເຂົ້າຈະອອກຮວງຈັກເທື່ອ!!!
ເຂົາເອົາແຕ່ລໍຄອຍເກັບກ່ຽວເຂົ້າ ໂດຍທີ່ເຂົາຍັງບໍ່ໄດ້ລົງມືຫວ່ານເມັດເຂົາເລີຍ!!!
ເຈົ້າເປັນຊາວນາຄົນນັ້ນຢູ່ຫລືບໍ່?
ທອງຈັນເຊື່ອວ່າ ຖ້າເຈົ້າຍັງເປັນຄົນແບບເດີມ ເຈົ້າກໍ່ຈະຍົງຈົ່ມກັບຊີວິດແບບນີ້ໄປອີກຫລາຍປີ
ທອງຈັນຢາກວ່າ ບໍ່ມີຫຍັງຜິດ ຖ້າເຈົ້າເພີ່ງພໍໃຈກັບຊີວິດທີ່ເຈົ້າມີຢູ່
ແຕ່ເຈົ້າຕ້ອງເພີ່ງພໍໃຈແລະມີຄວາມສຸກກັບມັນຈິງໆ ເຈົ້າຈະໄດ້ມີຄວາມສຸກແລະເລີກຈົ່ມກັບຊີວິດຈັກເທື່ອ
ແຕ່ຖ້າເຈົ້າຢາກປ່ຽນແປງ ກໍ່ມີພຽງແຕ່ເຈົ້າເທົ່ານັ້ນທີ່ທຳໄດ້ !!!
ເຈົ້າຈະປ່ຽນໄດ້ກໍ່ຕໍ່ເມື່ອເຈົ້າທຸເລດກັບຕົວເອງເຖີງຂີດສູງສຸດເທົ່ານັ້ນ!!!
ແລ້ວບອກໃຫ້ຂ້ອຍຮູ້ດ້ວຍວ່າ ວັນນັ້ນມາເຖີງ
สมัครสมาชิก:
ส่งความคิดเห็น (Atom)
ไม่มีความคิดเห็น:
แสดงความคิดเห็น