วันอังคารที่ 27 กันยายน พ.ศ. 2554

ບໍ່ໜັ້ນໃຈກັບການສຳພາດງານ

ອາດິດທີ່ຜ່ານໄປໃຫ້ມັນບົດຮຽນສຳລັບການທຳງານໃນອານາຄົດ ບອກຕົວເອງວ່າ ເຮົາຈະບໍ່ທຳຜິດພາດແບບນັ້ນອີກ ok ບໍ່? ສຳລັບການສຳພາດຄັ້ງຕໍ່ໄປ ຂໍໃຫ້ມີຄວາມກ້າຫານ ແລະຮຽກຄວາມຫມັ້ນໃຈກັບມາໃຫມ່ ເພາະຖ້າຍັງຢ້ານຫລືສະແດງອອກເຖີງຄວາມບໍ່ໜັ້ນໃຈ ຈະຍີ່ງເປັນສາເຫດໃຫ້ບໍ່ໄດ້ງານ ຖ້າເຂົາຖາມວ່າ ເປັນຫຍັງອອກຈາກທີ່ເດີມ ໃຫ້ຕອບວ່າ…ເຮົາບໍ່ຢາກເວົ້າຫຍັງທີ່ເປັນລົບກ່ຽວກັບທີ່ທຳງານເດີມ ຖ້າຮູ້ຈັກວິທີເວົ້າ ເທົ່ານີ້ກໍ່ຈະໄດ້ແຕ້ມແລ້ວ ແລະເຮົາກໍ່ບໍ່ໄດ້ຂີ້ຕົວະດ້ວຍ ok ບໍ່? ຍີ້ມຫລາຍໆ ທຳຕົວໃຫ້ສົດຊື່ນ ກະຊັບກະເຊງ ເວົ້າຈາຊັດຖ້ອຍ ຊັດຄຳ ຍົກມືໄຫ້ວຢ່າງອ່ອນນ້ອມ ຂອບໃຈຜູ້ສຳພາດດ້ວຍ ແລະ ສີ່ງສຳຄັນທີ່ສຸດຄື ເຮົາຕ້ອງຕັ້ງໃຈ ຂະຫຍັນ ເອົາໃຈໃສ່ໃນການທຳງານ ຝຶກໃຫ້ເປັນຄົນມີມະນຸດສຳພັນດີ ຊ່ວຍເຫລືອຜູ້ອື່ນ ໃຫ້ຄວາມຮ່ວມມືກັບຫົວໜ້າ ແລະອົງກອນ ເພາະສີ່ງນີ້ຈະເຮັດໃຫ້ເຮົາທຳງານໄດ້ຍາວນານ. ຂໍໃຫ້ໂຊກດີມີງານເຮັດໄວໆເດີ

ไม่มีความคิดเห็น:

แสดงความคิดเห็น