ມະຫາວິທະຍາໄລນັ້ນສອນເລື້ອງ ທຳມາຫາກິນ ແຕ່ວິທະຊາໄລ ສອນເລື້ອງທຳມາຫາທຳ ຖ້າມີທຳແລ້ວມັນກໍ່ໄດ້ກິນເອງ ນີ້ຄືພາລະກິດຫລັກຂອງມະນຸດຊາດເຮົາ
วันอังคารที่ 27 กันยายน พ.ศ. 2554
ຢາກປະສົບຄວາມສຳເລັດໃນຊີວິດ
ຖ້າເຈົ້າຢາກເຮັດຫຍັງ ບໍ່ຕ້ອງຢ້ານຫຍັງ ຂ້ອຍແນ່ນຳຄື 1 2 3 ລຸຍ ແລະ 4 5 6 ລວຍເດີ
ເຈົ້າຕ້ອງລອງໄປເຮັດເບີ່ງ ຂ້ອຍເຊື່ອໜັ້ນວ່າເຈົ້າເຮັດໄດ້ຢ່າງແນ່ນອນເດີ ຂ້ອຍເປັນກຳລັງໃນໃຫ້ເຈົ້າເດີ
ເຈົ້າຮູ້ບໍ່ວ່າ ມີຄົນຈຳນວນຫລາຍທີ່ບໍ່ໄດ້ມີຊີວິດທີ່ມີຄວາມສຸກຢ່າງເຕັມປ່ຽມ ເພາະເຂົາ’’ ບໍ່ຮູຸ້ວ່າແນ່ຊັດວ່າ ‘’ ວ່າຕົວເອງຕ້ອງການຫຍັງ’’ .. ບໍ່ຮູ້ວ່າຢາກຈະທຳຫຍັງ ຫລື ຢາກຈະມີຫຍັງ … ເຂົາຈິງບໍ່ມີສີ່ງນັ້ນ !!!
ເຈົ້າເຮັດໄດ້ແນ່ນອນ
ຄົນເປັນແບບນີ້ຫລວງຫລາຍ!!!
ຄົນສ່ວນໃຫຍ່ຮູ້ແຕ່ວ່າ '' ຢາກສຳເລັດ ຢາກລວຍ””
ແຕ່ພໍໃຫ້ອະທິບາຍໜ້າຕາຂອງຄວາມສຳເລັດຫລືຄວາມລວຍທີ່ປາດຖະໜາໃຫ້ຊັດເຈນ ກັບອະທິບາຍບໍ່ຖຶກ!!!
ຖ້າເຮົາເດີນມາຕົງ 3 ແຍກ ແລ້ວເຮົາບໍ່ຮູ້ວ່າຈະໄປທາງຊ້າຍດີ ຫລື ທາງຂວາດີ ຖາມວ່າ ແລະເຮົາຈະຢູ່ໃສ?
ຄຳຕອບກໍ່ຄື …ຢືນຢູ່ທີ່ເດີມນັ້ນເອງ!!!
ສີ່ງທຳອິດທີ່ເຈົ້າຕ້ອງທຳກໍ່ຄື ສຳຫລວດຄວາມປາດຖະໜາຂອງຕົວເອງໃຫ້ທ່ອງແທ້ກ່ອນ!!
ສູ້ສູ້!!! ເຈົ້າເປັນຄົນເກັ່ງຢູ່ແລ້ວ ເຕີມຄວາມຮູ້ເລື່ອງພວກອີກໜ້ອຍນື່ງ ຊີວິດຕິດເທີໂບແນ່ນອນ.
ເປັນກຳລັງໃຈໃຫ້ເຈົ້າສະເຫມີ
ແດ່ຄວາມສຳເລັດຂອງເຈົ້າ
ທອງຈັນ ພົນທະຈັກ
ເຈົ້າມີພະລັງ ຂ້ອຍເຊື່ອໜັ້ນ ເຈົ້າທຳໄດ້ !!!
ນຳມາຝາກ…ລົ້ມແລ້ວຕ້ອງລຸກ. ບໍ່ໄດ້…ຕ້ອງໄດ້
ສີ່ງດຽວທີ່ພວກເຂົາທຳບໍ່ໄດ້…ການຍອມແພ້
ຊາຍຄົນໜື່ງຫາຈະມາເວົ້າ….ໄດ້ຕອນອາຍຸ 4ປີ
ຊາຍຄົນນັ້ນ…ຫາກໍ່ມາອ່ານໜັ່ງສືອອກຕອນອາຍຸ 8 ປີ
ຊາຍຄົນນັ້ນ….ເຄີຍຖຶກໄລ່ອອກຈາກໂຮງຮຽນ
ຊາຍຄົນນັ້ນ….ເຄີຍຖຶກປະຕິເສດຈາກໂຮງຮຽນ ອະຊີວະຊູລິກ
ຊາຍຄົນນັ້ນ…ເຄີຍຖຶກອາຈານລະບຸວ່າ ສະຫມອງຊ້າ ບໍ່ມັກສັງຄົມ
ແລະລ່ອງລອຍຢູ່ໃນຄວາມຝັນອັນໂງ່ຈ້າຂອງຕົວເອງມາຕະຫລອດເວລາ
ຊາຍຄົນນັ້ນ….ຊື່ ອັລເບິຣຕ ໄອສໄຕນ ເຈົ້າຂອງລາງວັນໂນເບລສາຂາຟີຊິກບິດາ ແຫ່ງປລາມານ
ຄົນເຊື່ອວ່າທຸກຄົນເຄີຍແພ້ ຂ້ອຍເຊື່ອວ່າທຸກຄົນເຄີຍລົ້ມເຫລວ ແຕ່ຄົນແພ້ບໍ່ແມ່ນຄົນທີ່ລົ້ມເຫລວ…ທໍ້ແທ້ກັງວົນໃຈຫມົດຄວາມຫມັ້ນໃຈຕົວເອງຢ່າງໄຮ້ສາເຫດ
ເວລາເຮົາຫມົດພະລັງ ສະແດງວ່າເຮົາຄິດວົກວົນຢູ່ກັບບັນຫາໃນອາດີດ ຫລືບໍ່ກໍ່ມອງຫາອານາຄົດໃນທາງທີ່ບໍ່ດີ
ຖ້າຢາກມີພະລັງ ໃຫ້ຄິດເຖີງຄວາມຝັນຫລືເປົ້າໜາຍຂອງເຮົາເອົາໄວ້ ແລະໃຫ້ຝຶກມອງສີ່ງຕ່າງໆໃນແງ່ດີ ໃນແງ່ບວກ ຝຶກມອງຫາຄວາມໂຊກດີໃນຄວາມເປັນທຳມະຊາດແດ່
ເວລາທີ່ເຮົາຈະຮຽກຄວາມຫມັ້ນໃຈກັບຂື້ນມາໃຫມ່ນັ້ນ ໃຫ້ເຮົາຍ້ອນລະລຶກເຖີງສີ່ງດີໆ ຫລື ຄວາມສຳເລັດໃນອາດີດທີ່ເຮົາເຄີຍທຳໄດ້ ແລ້ວເວົ້າບວກກັບຕົວເອງ ແລະຊື່ນຊົມກັບຕົວເອງວ່າ…
ທີ່ຜ່ານມາຂ້ອຍກໍ່ທຳໄດ້ດີເນາະ!!! Yes !! Yes! Yes
ພະຍາຍາມຝຶກເວົ້າ ‘’ ຂ້ອຍເປັນຄົນໂຊກດີ ‘’ ເລື້ອຍໆ ແລະ ‘’ ຂອບໃຈ’’ ກັບສີ່ງທີ່ເຮົາໄດ້ຮັບ ແມ້ຈະເລັກນ້ອຍເທົ່າໃດກໍ່ຕາມ ເພື່ອເປັນການສ້າງພະລັງໃຫ້ກັບຕົວເອງໃນທຸກໆວັນ ok ບໍ່?
ຂໍໃຫ້ໂຊກດີເດີ
ຂ້ອຍທອງຈັນ ເປັນກຳລັງໃຈໃຫ້
สมัครสมาชิก:
ส่งความคิดเห็น (Atom)
ไม่มีความคิดเห็น:
แสดงความคิดเห็น