วันอังคารที่ 27 กันยายน พ.ศ. 2554

ແມ່ນຫຍັງປິດກັ້ນຄວາມສຳເລັດຂອງເຈົ້າຢູ່?

ການເປັນນັກເວົ້າສ້າງແຮງຈູງໃຈທີ່ມີຜູ້ຄົນໃຫ້ຄວາມສັດທານັນ ບໍ່ໄດ້ຂື້ນຢູ່ພຽງທັກສະໃນການເວົ້າເທົ່ານັ້ນ ສິ່ງທີ່ສຳຄັນຫລາຍທີ່ສຸດຄື “” ຈິດວິນຍານ”” ຂອງເຮົາ ເຈົ້າຮູ້ຈັກຕົວຕົນທີ່ແທ້ຈິງຂອງຕົວເອງຫລືຍັງວ່າ... - ເຈົ້າໃຫ້ຄຸນຄ່າກັບເລື້ອງຫຍັງໃນຊີວິດ? - Passion ທີ່ແທ້ຈິງຂອງເຈົ້າຄືຫຍັງ? - ເປັນຫຍັງເຈົ້າຈິງຢາກເປັນນັກເວົ້າສ້າງແຮງຈູງໃຈ? ຖ້າຍັງບໍ່ມີຄຳຕອບທີ່ຊັດເຈນໃຫ້ກັບຊີວິດຂອງຕົວເອງ ‘’ ຊີວິດຂອງເຮົາຈະເປັນແນວໃດ ກໍ່ຂື້ນຢູ່ກັບການເລືອກທີ່ຈະທຳ ແລະ ບໍ່ທຳຫຍັງໃນຊີວິດຂອງເຮົາເອງ? 22. ແມ່ນຫຍັງປິດກັ້ນຄວາມສຳເລັດຂອງເຈົ້າຢູ່? ຄົນ ເຮົາຈະມີຄວາມຢ້ານກວາສາລະພັດຢ່າງທີ່ປິດກັ້ນແລະດຶງເຮົາໄວ້ຈາກຄວາມສຳເລັດ ເຊັ່ນ ຢ້ານເຮົາບໍ່ເກັ່ງພໍ ຢ້ານວ່າເຮົາຄົງເຮັດບໍ່ໄດ້ ຢ້ານສຽງປະຕິເສດ ຢ້ານການປ່ຽນແປງ ຢ້ານຄວາມຫລົ້ມເຫລວ ແລະ ອື່ນໆ ຖ້າເຈົ້າທຳງານທີ່ຈະຕ້ອງມີການສ້າງທີມ ແນ່ນອນວ່າເຈົ້າຕ້ອງເຟັ້ນຫາຄົນທີ່ມີສັດຈະຍະພາບແລະເວົ້າຊັກຊວນໂນ້ມນ້າວໃຫ້ເຂົາເຫັນວ່າ ທຸລະກິດທີ່ເຈົ້າໄປຊວນເຂົາທຳນັ້ນດີແນວໃດ ໂອກາດສຸດຢອດຊໍ້າໃດ ແລ້ວເຈົ້າກໍ່ບອກກັບຄົນທີ່ຊັກຊວນວ່າ ເຈົ້າເຊື່ອນັ້ນວ່າເຂົາມີສັດຈະຍະພາບ ເຂົາຕ້ອງທຳສຳເລັດໄດ້ແນ່ !! …ເຂົາຟັງແລ້ວ ເຂົາອາດຈະຕອບວ່າ…ບໍ່ເປັນຫຍັງ ເຂົາທຳງານເດີມຂອງເຂົາກໍ່ດີຢູ່ແລ້ວ ເຂົາບໍ່ເຄີຍທຳງານທີ່ຕ້ອງໄປເວົ້າກັບຄົນຫລາຍໆ ເຂົາເຮັດບໍ່ໄດ້ດ໋ອກ! ຕົວຢ່າງທີ່ຍົກມານີ້ຄຸ້ນໆ ເພາະເຈົ້າເຈີະຢູ່ເປັນປະຈຳແມ່ນບໍ່? ເຫັນບໍ່ວ່າ ບາງຄົນຢ້ານການປ່ຽນແປງຫລາຍ ເຂົາບໍ່ກ້າທຳໃນສ່ີ່ງທີ່ບໍ່ຄຸ້ນເຄີຍ ຢ່າງນີ້ຮຽກວ່າຕິດຢູ່ໃນ Comfort Zone ຫລື ຄວາມສະດວກສະບາຍ ຫລື ຄວາມເຄີຍຊິນເດີມໆ ເຊັ່ນ ງານຮູບແບບເດີມໆ ຄົນເດີມໆ ເສັ້ນທາງເດີມໆ ຖ້າຈະຕ້ອງໃຫ້ອອກໄປປະເຊີນກັນສີ່ງໃໜ່ໆທີ່ບໍ່ຄຸ້ນເຄີຍ ມັນບໍ່ຢາກທີ່ຈະຕ້ອງຝືນຕົວເອງອອກໄປທຳ ບາງທີເຂົາກໍ່ປິດໂອກາດຕົວເອງເລີຍ . ບາງຄົນທຳງານກ້າວໜ້າມາໄດ້ລະດັບຫນື່ງ ກໍ່ຈະມີຂອບເຂດຂອງ Comfort Zone ທີ່ຂະຫຍາຍອອກໄປຈາກເດີມ ແຕ່ກໍ່ຈະໄປຕິດກັບພື້ນທີ່ສະບາຍໆແຫ່ງໃຫມ່ອີກແລ້ວ ຖ້າຈະເລື່ອນຕໍາແໜ່ງ ແລ້ວກໍ່ຕ້ອງທຳງານຫລາຍກວ່ານີ້ ໃຊ້ຄວາມພະຍາຍາມໜັກກວ່ານີ້ ຮູ້ສຶກວ່າຕ້ອງຝ່າຟັນຄວາມຍາກລໍ້າບາກຂື້ນອີກ ກໍ່ຈະບອກຕົວເອງພໍໍຊໍ້ານີ້ ລໍເອົາໄວ້ກ່ອນແລ້ວກັນ ເຫັນບໍ່ວ່າ ຄວາມສຳເລັດຂອງເຂົາກໍ່ຈະມີກຳແພງມາກັ້ນອີກແລ້ວ ຖ້າເຮົາບໍ່ກ້າທີ່ຈະກ້າວໄປຂ້າງໜ້າ ເຮົາຈະຢໍ້າຢູ່ກັບທີ່!!...ຈິງແມ່ນບໍ່? ຄົນທີ່ຢາກປະສົບຄວາມສຳເລັດ ເປັນຄົນທີ່ຕ້ອງຝຶກ…ຕ້ອງຝຶກຕົວເອງໃຫ້ກ້າປະເຊີນກັບຄວາມຍາກລໍ້າບາກທີ່ບໍ່ຄຸ້ນເຄີຍ ເອົາຕົວເອງອອກມາຈາກ Comfort Zone ເພື່ອຂະຫຍາຍຂີດຄວາມສາມາດແລະລະດັບຄວາມສຳເລັດຂອງຕົວເອງອອກໄປ ບາງຄົນຢ້ານກັບການທີ່ຈະຕ້ອງໄປຂາຍ ຫລື ຮີຄູດຄົນທີ່ມີຊັດຈະຍະພາບເໜືອກວາເຮົາ!! ບໍ່ຊາບວ່າອັນນີ້ລວມເຖີງຕົວເຈົ້າດ້ວຍຫລືບໍ່? ເຈົ້າຢາກໄດ້ ‘’ ຄາຖາເອົາຊະນະຄວາມຢ້ານກວາ’’ ບໍ່? …ຟັງດີໆເດີ!!.. ເວລາເຈີະຄົນທີ່ມີຊັດຈະຍະພາບກວ່າເຮົາ ໃຫ້ເຈົ້າມີສະຕິ ຈັບຕົວເອງແລະຍອມຮັບໄປກ່ອນເລີຍກໍ່ໄດ້ວ່າ ເຈົ້າຢ້ານ (ຖ້າເປັນເມື່ອກ່ອນ ເຈົ້າກໍ່ຈະງຽບ ຫລືບໍ່ກໍ່ເດີນໜີໄປເລີຍແມ່ນບໍ່? ໃຫ້ເຈົ້າວາງຄວາມຢ້ານກວາໄວ້ຂ້າງໆເຈົ້າກ່ອນ ແລ້ວຮຽກຄາຖາ ‘’ ຄາຖາເອົາຊະນະຄວາມກວາ ‘’ ຂອງຂ້ອຍມາໃຊ້ ໂດຍບອກຕົວເອງວ່າ ‘’ 1..2..3.. ລຸຍ!!!’’ ສະບາຍດີທ່ານລູກຄ້າ…..”” ເອີຍປາກຂາຍຫລືເອີຍປາກຮີຄຣູດເລີຍໂອເຄບໍ່? ແລ້ວເຈົ້າຈະຊ໋ອກກັບຄາຖາມະຫັດສະຈັນນີ້!! ຄວາມຈິງແລ້ວຄວາມກວາມັນຢູ່ໃນຕົວເຮົານີ້ແຫລະ ແຕ່ເຮົາບໍ່ເຄີຍຮຽກມັນອອກມາໃຊ້ ແລ້ວເຈົ້າກໍ່ບໍ່ຕ້ອງໄປຫາວິທີກຳຈັດຄວາມກວາໃຫ້ຫມົດໄປ ເພາະຄວາມກວາຈະຢູ່ກັບເຈົ້າຕະຫລອດຊີວິດ ເຈົ້າບໍ່ມີທາງກຳຈັດມັນໄດ້ ແຕ່ໃຫ້ເຈົ້າຢູ່ກັບຄວາມກວາ ບາງຄົນບອກວ່າ ‘’ ໃຫ້ເຮົາເຕັ້ນລໍາໄປກັບຄວາມກວາ ‘’ ເຈົ້າຄິດວ່າຄົນກ້າຫານເຂົາບໍ່ມີຄວາມກວາແມ່ນບໍ່? ເຂົາກວາເດີ…ແຕ່ເຂົາກໍ່ລົງມືທຳທັ້ງໆມທີ່ກວາ!! ນັ້ນແຫລະຄືຄວາມກ້າຫານທີ່ແທ້ຈິງ!!! ບາງຄົນຢ້ານຄວາມຫລົ້ມເຫລວ ເຮັດໃຫ້ບໍ່ກ້າຕັ້ງເປົ້າໜາຍ ຫລືບາງຄັ້ງເຂົາກໍ່ເອົາແຕ່ຄິດວ່າ ຖ້າເຮັດແລ້ວບໍ່ສຳເລັດລະ? ຂ້ອຍຈະເຮັດໄດ້ບໍ່? ມັນຈະໄດ້ຈິງຫລືບໍ່? ຈະເສຍເວລາແລະເສຍແຮງໄປຟຮີໆບໍ່? ພວກນີ້ຈະເອົາແຕ່ຄິດໆກັງວົນໆ ບໍ່ກ້າທີ່ຈະລົງມືທຳ ຫລື ຖ້າລົງມືທຳກໍ່ທຳແບບກ້າໆກວາໆ ບໍ່ຍອມລົງທືນແລະລົງແຮງທຳເຕັມທີ່ ເພາະຢ້ານຈະຂາດທືນ ຢ້ານຈະຫລົ້ມເຫລວ ພວກເຂົາຫລີ້ນເກມແບບຕັ້ງຮັບ ບໍ່ຍອມຫລີ້ນເກມລຸກ ຫລີ້ນແບບກັນບໍ່ໃຫ້ແພ້.. ຄົນທີ່ປະສົບຄວາມສຳເລັດເຂົາຈະລົງມືທຳຢ່າງເຕັມທີ່ ຈິງຈັງ ທຸ້ມເທສຸດໆ ແລ້ວຕົວເຈົ້າລະ..ເຈົ້າຢ້ານຫຍັງຢູ່ຕອນນີ້ ເຈົ້າຫລີ້ນເກມເພື່ອທີ່ຈະຊະນະຫລືບໍ່? ຄົນທີ່ກ້າຫານຄືຄົນທີ່ລົງມືທຳທັ້ງໆທີ່ຢ້ານກວາ!! ຄົນທີ່ປະສົບຄວາມສຳເລັດຄືຄົນທີ່ຫລີ້ນເກມເພື່ອທີ່ຈະຊະນະ!! ເຈົ້າໂປຼແກຣມຕົວເອງໄວ້ແບບໄໜ? ເຈົ້າຮູ້ບໍ່ວ່າ ‘’ ຄົນເປັນຄົນຢ່າງທີ່ເຈົ້າຄິດຕະຫລອດເວລາ!”” ເຊັ່ນ ຖ້າເຈົ້າຄິດວ່າເຈົ້າເປັນຄົນບໍ່ເກັ່ງ ເຈົ້າກໍ່ຈະເປັນຄົນບໍ່ເກັ່ງໃນໂລກຂອງເຈົ້າເອງ ເຈົ້າຈະຂາດຄວາມເຊື່ອໜັ້ນໃນຕົວເອງ ເຈົ້າຈະກັງວົນວ່າຈະເຮັດບໍ່ໄດ້ແມ່ນບໍ່? ສີ່ງທີ່ເຈົ້າທຳໄປມັນດີຫລືບໍ່? ໍ ເວລາທີ່ເຈົ້າເຮັດຫຍັງບໍ່ດີ ມັນກໍ່ຈະຜ່ານເລີຍໄປ ແຕ່ເວລາທີ່ເຈົ້າທຳໄດ້ດີ ເຈົ້າກໍ່ຈະຕອກຢໍ້າກັບຕົວເອງວ່າ ‘’ ຂ້ອຍນີ້ມັນບໍ່ໄດ້ເລື່ອງເລີຍ ຂ້ອຍບໍ່ມີຄວາມສາມາດ!”” ແມ່ນບໍ່? ເຈົ້າມີປະສົບການແລະຂໍ້ພິສູດຫລາຍຕໍ່ຫລາຍຄັ້ງວ່າ ເຈົ້າບໍ່ເກັ່ງ ແລ້ວມັນກໍ່ກາຍເປັນຄວາມຈິງໃນໂລກຂອງເຈົ້າ!!? ນັບຈາກນີ້ໄປ..ລະວັງສີ່ງທີ່ເຈົ້າຄິດໃຫ້ດີໆ ເພາະສິ່ງທີ່ເຈົ້າຄິດເລື້ອຍໆເວົ້າເລື້ອຍໆເຫັນເລື້ອຍໆທຳເລື້ອຍໆ ມັນນຈະກາຍເປັນການໂປຼແກຣມຕົວເຈົ້າເອງແບບອັດຕະໂນມັດໂດຍທີ່ເຈົ້າບໍ່ຮູ້ຕົວ!! ຫລັກການທຳງານຂອງສະຫມອງແລະຈິດໃຕ້ສຳນຶກມີຢູ່ວ່າ ‘’ ສ່ີ່ງທີ່ໃສ່ເຂົ້າໄປເທົ່າກັບສີ່ງທີ່ອອກມາ’’ ‘’ Input=Output “” ເຈົ້າໃສ່ໃຈຫຍັງເຂົ້າໄປໃນສະຫມອງຫລື້ຄວາມຄິດຂອງເຈົ້າ ຜົນລັບມັນກໍ່ຈະອອກມາເປັນແບບນັ້ນ ໃນເມື່ອເຮົາຮູ້ຫລັກການຂອງສະຫມອງແລະຈິດໃຕ້ສຳນຶກແບບນີ້ແລ້ວ ເປັນຫຍັງເຮົາບໍ່ໂປຼແກຣມຕົວເອງໃຫ້ດີໆເນາະ? ແທນທີ່ເຮົາຈະປ່ອຍໃຫ້ສີ່ງນີ້ເກີດຂື້ນແບບອັດຕະໂນມັດທີ່ເຮົາບໍ່ຮູ້ຕົວ ຫລືເວົ້າງ່າຍໆ ກໍ່ຄື ເຮົາບໍ່ເຄີຍຝຶກຕົວເອງທີ່ຈະ ‘’ ມີສະຕິ’’ ກຳກັບຄວາມຄິດ ຄຳເວົ້າ ແລະການກະທຳຂອງເຮົາ ສີ່ງທີ່ເຮົາຕ້ອງໃຊ້ສະຕິໃນການໂປຼແກຣມຕົວເອງ ຫລືໃສ່ Input ດີໆ ໄດ້ແກ່ 1. ຄວາມຄິດ 2. ຄຳເວົ້າ 3. ພາບທີ່ເຮົາເຫັນດ້ວຍຕາ ຫລືເຫັນຈາກຈີນຕະນາການກໍ່ໄດ້ 4. ການສະແດງອອກ ຫລື ການໃຊ້ຮ່າງກາຍຂອງເຮົາ ເຊື່ອໜັ້ນໃນຕົວເອງສູງຂື້ນວ່າເຮັດແນວໃດ? ສີ່ງທີ່ເຈົ້າຄິດ ເວົ້າ ເຫັນ ຫລື ເຮັດເລື້ອຍໆ ຈະກາຍເປັນນິໄສ ຍີ່ງສະພາວະອາລົມທີ່ເຈົ້າມີເຂັ້ມຂົ້ນເທົ່າໃດ ມັນຈະຍີ່ງລົງສູ່ຈິດໃຕ້ສຳນຶກໄດ້ໄວແລະເປັນການໂປຼແກຣມຕົວເອງແບບເຂັ້ມຂຸ້ນຫລາຍຂື້ນເທົ່ານັ້ນ. ເລີ້ມບອກຕົວເອງທຸກວັນໄດ້ແລ້ວວ່າ ‘’ ຂ້ອຍເປັນຄົນໂຊກດີ!!”” ເມື່ອສິ່ງດີໆເກີດຂື້ນ ແມ້ຈະນ້ອຍ ກໍ່ໃຫ້ບອກຕົວເອງວ່າ ‘’ ໂຊກດີຈັງ! ແລ້ວຄອຍດູວ່າ ເຈົ້າເລີ້ມດຶງດູດຄວາມໂຊກດີເຂົ້າມາໃນຊີວິດຫລາຍຂື້ນຫລື ບໍ່?

ຂ້ອຍສົນໃຈແລະມັກການເປັນນັກໂມຕິເວດ ຕ້ອງເລີ່ມແນວໃດແດ່

ການເປັນນັກເວົ້າສ້າງແຮງຈູງໃຈທີ່ມີຜູ້ຄົນໃຫ້ຄວາມສັດທານັນ ບໍ່ໄດ້ຂື້ນຢູ່ພຽງທັກສະໃນການເວົ້າເທົ່ານັ້ນ ສິ່ງທີ່ສຳຄັນຫລາຍທີ່ສຸດຄື “” ຈິດວິນຍານ”” ຂອງເຮົາ ເຈົ້າຮູ້ຈັກຕົວຕົນທີ່ແທ້ຈິງຂອງຕົວເອງຫລືຍັງວ່າ... - ເຈົ້າໃຫ້ຄຸນຄ່າກັບເລື້ອງຫຍັງໃນຊີວິດ? - Passion ທີ່ແທ້ຈິງຂອງເຈົ້າຄືຫຍັງ? - ເປັນຫຍັງເຈົ້າຈິງຢາກເປັນນັກເວົ້າສ້າງແຮງຈູງໃຈ? ຖ້າຍັງບໍ່ມີຄຳຕອບທີ່ຊັດເຈນໃຫ້ກັບຊີວິດຂອງຕົວເອງ ‘’ ຊີວິດຂອງເຮົາຈະເປັນແນວໃດ ກໍ່ຂື້ນຢູ່ກັບການເລືອກທີ່ຈະທຳ ແລະ ບໍ່ທຳຫຍັງໃນຊີວິດຂອງເຮົາເອງ?

ຍັກກຳລັງຈະລັບ

ເກີດຫຍັງຂື້ນ? ເປັນຫຍັງຈິງຫົດຫູ່ເຊື່ອງຊືມນໍ? ປົກກະຕິເວລາທີ່ເຮົາຫົດຫູ່ກໍ່ເພາະ "" ຄິດລົບ’’ ຈິງແມ່ນບໍ່? ຖ້າເຈົ້າບໍ່ຝຶກສະຕິທີ່ຈະ ‘’ ພລິກວິທີຄິດ”’ ເຈົ້າກໍ່ຈະຕົກຢູ່ໃນຄວາມຄິດແລະຄວາມຮູ້ສຶກແບບເດີມໆເຊັ່ນນີ້ແຫລະເດີ ຄົນທີ່ຍັກລັບງ່າຍ ມາຈາກຫລາຍສາເຫດຄື 1. ບໍ່ຮູ້ຊັດເຈນວ່າຕົວເອງຕ້ອງການຫຍັງ ຫລື ມັກຫຍັງຢ່າງແທ້ຈິງ 2. ບໍ່ມີເປົ້າຫມາຍທີ່ດຶງດູດໃຈ 3. ທຳງານທີ່ຕົວເອງບໍ່ໄດ້ຮັກ 4. ຄິດລົບ 5. ຟຸ້ງຊານສັບສົນກັບຊີວິດ 6. ບໍ່ມີຄວາມຮູ້ສຶກວ່າສິ່ງທີ່ທຳມີຄຸນຄ່າ 7. ຂາດແຮງບັນດານໃຈ 8. ຍັງຄົ້ນຫາຕົວເອງບໍ່ເຈີວ່າຈິງແລ້ວໆຂ້ອຍມັກຫຍັງ ຂ້ອຍເກັ່ງຫຍັງ ຂ້ອຍມີແຮງບັນດານໃຈຫຍັງ ຈຸດມຸ່ງຫມາຍຊີວິດຂອງຂ້ອຍຄືຫຍັງ ຂ້ອຍຢາກສ້າງຄຸນຄ່າຫຍັງ 9. ຍັງໂປຼແກຣມຕົວເອງໃຫມ່ນ້ອຍເກີນໄປ ທຳໃຫ້ຕົວອັດຕະໂນມັດເດີມໆ ຍັງທຳງານແຂງແຮງຢູ່ 10. ອື່ນໆອີກສາລະພັດ ແລ້ວເຈົ້າລະຢູ່ໃນຂໍ້ໃດ? ຂໍໃຫ້ເຈົ້າຄິດບວກ ເວົ້າບວກ ທຳບວກ ໃນລະຫວ່າງວັນຫລາຍໆ ດ້ວຍເດີ

ບໍ່ຮູ້ວ່າຕົວເອງມັກອາຊີບຫຍັງ

ບໍ່ມີອາຊີບໃດທີ່ບໍ່ໄດ້ເວົ້າ ແຕ່ອາຊີບທີ່ໃຊ້ທັກສະການເວົ້າ ສາມາດສ້າງລາຍໄດ້ມະຫາສານຫລາຍກວ່າການໃຊ້ແຮງງານ ຍົກຕົວຢ່າງໄກ້ໆຊັດໆເຊັ່ນ ຂ້ອຍທອງຈັນເວົ້າກັບທຸກຄົນໃຊ້ແຮງປະກອບໜ້ອຍດຽວ ກໍ່ສ້າງລາຍໄດ້ ອາຊີບທີ່ສ້າງລາຍໄດ້ຈາກການຂາຍ ບໍ່ວ່າຈະຂາຍສີ່ງຂອງ ຂາຍຄວາມຄິດ ມັກຈະເຮັດໃຫ້ຄົນລໍ້າລວຍໄດ້ ແຕ່ຄົນທີ່ຂາຍແຮງຂ້ອຍບໍ່ເຄີຍເຫັນໃຜລວຍເລີຍ ບໍ່ວ່າງານຫຍັງ ຖ້າເຮົາຢາກຈະທຳໃຫ້ສຳເລັດ ເຮົາຕ້ອງຮັກມັນກ່ອນ ວາງເປົ້າໜາຍກັບມັນວ່າເຮົາທຳເພື່ອຕ້ອງການຫຍັງຈາກມັນ ແລ້ວເຊື່ອວ່າມັນໃຫ້ເຮົາໄດ້ຢ່າງຫມົດໃຈ ທີ່ນີ້ເຮົາທຳງານຫຍັງມັນກໍ່ຈະເຫມາະກັບເຮົາທຸກງານ ແລະເຮົາກໍ່ຕ້ອງໂອ້ລົມກັບຄົນທີ່ຄວາມຄິດໃນເຊີ່ງບວກ ມອງໂລກໃນແງ່ດີ ໄວ້ເປັນທີ່ປຶກສາ ຢ່າໂອ້ລົມກັບຄົນທີ່ເຮົາມອງແລ້ວເຫັນວ່າເປັນຄົນທີ່ຫລົ້ມເຫລວ ເຂົາຈະດຶງເຮົາລົ້ມເຫລວດ້ວຍ ເຈົ້າເປັນຄົນເກັ່ງເດີ ເກັ່ງທີ່ຮູ້ວ່າຢາກຈະຫາງານທີ່ເໜາະກັບຕົວເອງ ບໍ່ມີຫຍັງທີ່ເປັນໄປບໍ່ໄດ້ ທຸກຢ່າງທີ່ຄວາມຄິດ.. ຖ້າມີຄວາມປາດຖະໜາຢ່າງແຮງກ້າຕໍ່ສີ່ງນັ້ນຈິງໆ ກໍ່ຈະຫາວິທີທຳມັນຈົນໄດ້ນັ້ນແຫລະເດີ++ ບັນຫາທີ່ທຳໃຫ້ຊີວິດບໍ່ເປັນຢ່າງທີ່ເຮົາຕ້ອງການກໍ່ເພາະວ່າ ເຮົາ ບໍ່ຮູ້ຊັດ ວ່າເຮົາຢາກມີຫຍັງ ເຮົາຢາກເປັນຫຍັງ ເຮົາຢາກເຮັດຫຍັງ“ ຄົນທີ່ໄດ້ໃນສີ່ງທີ່ຕົວເອງຕ້ອງການກໍ່ຕ້ອງຮູ້ໃຫ້ຊັດກ່ອນວ່າຕົວເອງຕ້ອງການ ຜົນລັບຫຍັງ? ຖ້າເຮົາຮູ້ແຕ່ວ່າເຮົາຢາກໄປຕ່າງປະເທດ ແລ້ວກໍ່ຂື້ນເຄື່ອງບິນ ພໍຄົນຂັບຖາມວ່າ “” ເຈົ້າຢາກໄປໃສ"" ແລ້ວເຮົາຕອບວ່າ '' ບໍ່ຮູ້ ‘’ ເຂົາຈະພາເຮົາໄປຖຶກບໍ່? ເອົາລະ ຖ້າຢາກໄດ້ຄຳແນະນຳວ່າທຳອາຊີບຫຍັງ ລອງເປັນ “” ຄູສອນພິເສດ’’ ໃນເລື່ອງມທີ່ເຈົ້າຊອບແລະທະນັດເດີ ຈະສອນເດັກຫລືຜູ້ໃຫຍ່ ກໍ່ລອງພິຈາລະນາ ຂໍອວຍພອນໃຫ້ເຈົ້າໄດ້ຮູ້ຈັກຕົວເອງຊັດເຈນໄວໆເດີ

ຮູ້ສຶກແຍ້ກັບຕົວເອງ

ທ່ານຢ່າດູຖູກຕົວເອງ ຢ່າລົດພະລັງຕົວເອງ ເວລາເຮົາທຳໃນສີ່ງໃຫມ່ໆ ກໍ່ເຫມືອນເດັກຫັດເດີນ ລົ້ມແດ່ກໍ່ບໍ່ເປັນຫຍັງ ແຕ່ໃຫ້ລຸກຂື້ນມາໃໜ່ໃຫ້ໄວທີ່ສຸດ ແລະຖ້າບໍ່ມີຄົນໃຫ້ກຳລັງໃຈເຮົາ ເຮົານີ້ແຫລະທີ່ຕ້ອງໃຫ້ກຳລັງໃຈຕົວເອງ!!OK ບໍ່? ລອງສູ້ອີກຄັ້ງໄດ້ບໍ່? ແຕ່ຖ້າສີ່ງໃຫມ່ທີ່ທຳມັນບໍ່ແມ່ນເຮົາຈິງໆ ກໍ່ປ່ຽນໃໜ່ໄດ້ເດີ!!! ຂ້ອຍເຊື່ອວ່າເຈົ້າມີພະລັງ ເຈົ້າທຳໄດ້ YES!YES!YES! ເປັນກຳລັງໃຈໃຫ້ເຈົ້າອີກຄົນເດີ ການຕັດຕົ້ນໄມ້ຜິດຕົ້ນ ປີນຕຶກຜິດຕຶກອາດໃຫ້ເສຍເວແລະ ລາເພາະເວລາບໍ່ສາມາດຮຽກກັບຄືນມາໄດ້ ຄົ້ນຫາຕົວຕົນໃຫ້ພົບວ່າ ເຮົາຮັກແລະມັກຫຍັງກັນແທ້ ທຳໃນສີ່ງທີ່ເຮົາຮັກ ແລະ ມັກ ແລະມີລາຍໄດ້ໄປດ້ວຍຈະເຮັດໃຫ້ເຮົາມີຄວາມສຸກຫລາຍໆ ນີ້ແຫລະຄືສຸດຢອດຂອງຊີວິດ ການເດີນອອກຈາກອບມາສູ່ໂລກກວ້າງ ຖືວ່າທ່ານສຸດຢອດຫລາຍ ໃນຄວາມຄິດຂ້ອຍເມື່ອອອກສູ່ໂລກກວ້າງຄວນມີເກາະປ້ອງກັນ ແລະມີໂຄ້ດຄອຍແນະນະ ເພາະໂລກກວ້າງມີດີຫລາຍ ແລະ ບໍ່ດີກໍ່ຫລາຍ ມີທັ້ງສິງ ສາ ລາສັດ ຫລວງຫລາຍ ເຮົາຈະຕ້ອງມີເປົ້າທີ່ຕ້ອງການຊັດເຊນວ່າຄືຫຍັງ ຈະໄປໃສ ແລະພະຍາຍາມໄປໃຫ້ເຖີງ ໃນໄລຍະເວລາອັນສັ້ນ ດ້ວຍວິທີໃດ ແນວໃດ ໂດຍໃຜ ຂໍຮ່ວມເປັນກໍາລັງໃຈໃຫ້ອີກຄົນເດີ

ອາຊີບທີ່ປະສົບຄວາມສຳເລັດ

ຫລັກຂອງຄວາມມັ່ງຄັ່ງລໍ້າລວຍຂໍ້ທຳອິດຄື ‘’ ຢ່າມີເພດານເລື້ອງລາຍໄດ້ ‘’ ການທຳງານປະຈຳທີ່ມີລາຍໄດ້ຕາຍຕົວໃນແຕ່ລະເດືອນ ຈະມີກອບ ມີເພດານຂອງລາຍໄດ້ ການຈະບອກວ່າໃຜຈະປະສົບຄວາມສຳເລັດຫລືລໍ້າລວຍນັ້ນ ບໍ່ມີຕົວຊີ້ວັດທີ່ແນ່ນອນ ເພາະລວຍຂອງແຕ່ລະຄົນກໍ່ບໍ່ເທົ່າກັນ ຈິງບໍ່? ການຈະສອນເລື່ອງຄວາມລໍ້າລວຍ ບໍ່ແມ່ນຈະຂຽນແນະນຳສັ້ນໆ ແລ້ວຈະລວຍໄດ້ ມີໜັ່ງສືແນະນຳຈາກກູລູແນະນຳເປັນຮ້ອຍໆໜ້າຕັ້ງຫລາຍເຫລັ້ມ. ຖ້າຢາກມີພື້ນຖານຄວາມເຂົ້າໃຈເລື້ອງຄວາມລໍ້າລວຍ ແລະຢາກຮູ້ວາ

ກຳລັງໃຈແກ່ຄົນເປັນໜີ້

ເຮົາຕ້ອງທຳຄວາມເຂົ້າໃຈກ່ອນວ່າ’’ ຕົວໜີ້ສີນ’’ ບໍ່ໄດ້ເປັນກ້ອນທຸກ ເພາະບາງຄົນມີໜີ້ກໍ່ບໍ່ໄດ້ເປັນທຸກ ເຊັ່ນ ນັກທຸລະກິດບາງຄົນ ເອົາເງີນແບ໋ງມາລົງທືນເຂົາກັບດີໃນວ່າ ແບ້ງໃຫ້ເຄຣດດິດ ສີ່ງທີ່ຂ້ອຍຢາກຈະບອກກໍ່ຄື ‘’ ຕົວໜີ້ສີນ’’ ບໍ່ໄດ້ເປັນຕົວທຸກ ແຕ່ຄົນເປັນທຸກເພາະຄວາມບໍ່ຢາກມີໜີ້ ‘’ ເຈົ້າຄວາມ’’ ຢາກຫລືບໍ່ຢາກ’’ ທີ່ຢູ່ໃນໃຈຄົນນີ້ແຫລະ ທີ່ເຮັດໃຫ້ຄົນເປັນທຸກ ຖ້າມີໜີ້ເກີດຂື້ນແລ້ວ ກໍ່ເບີ່ງແລະຮັບຮູ້ວ່າມີໜີ້ ແຕ່ຢ່າເອົາໃຈເຮົາໄປແບກຫລືຕ້ານວ່າຂ້ອຍບໍ່ຢາກມີໜີ້ ເພາະມັນຈະເຮັດໃຫ້ເຮົາໜັກແລະເມື່ອຍໃນຄວາມຮູ້ສຶກ ແລະນັ້ນຄືຕົວທຸກ ສີ່ງສຳຄັນຄື ເຮົາຕ້ອງຮັກສາໃຈບໍ່ໃຫ້ເປັນທຸກ ບໍ່ໃຫ້ເສົາຫມອງ ເພາະຈະທຳໃຫ້ດຶງດູດເລື້ອງບໍ່ດີເຂົ້າມາເພີ້ມຂື້ນ ຖ້າໃຈເສົ້າຫມອງ ມີໜີ້ ກໍ່ມີໜີ້…ຄ່ອຍໆຜ່ອນໃຊ້ຄືນເຈົ້າໜີ້ເຂົາໄປ…ພະຍາຍາມເຈລະຈາຂໍຜ່ອນລາຍເດືອນໃຫ້ໜ້ອຍແດ່ ໂດຍຂໍຢຶດເວລາອອກໄປ…ເພາະເຮົາຈຳເປັນຕ້ອງມີເງີນສົດໜູນວຽນເພື່ອໃຊ້ໃນການດຳເນີນຊີວິດຫລືໃຊ້ໃນການລົງທືນໃຫ້ເກີດເງີນງອກເງີຍຂື້ນ ໄດ້ຂື້ນວ່າມີໜີ້ ບໍ່ເຮັດໃຫ້ເຮົາຕາຍດ໋ອກ ແຕ່ຖ້າບໍ່ມີເງີນກິນເຂົ້ານິຕິອາດຈະເຮັດໃຫ້ຕາຍໄດ້ ສີ່ງສຳຄັນຄື ຢ່າກໍໜີ້ເພີ້ມ ໂດຍສະເພາະໜີ້ທີ່ເອົາໄປຊື້ຂອງຟຸມເຟື່ອຍ ຫລືຊື້ຂອງທີ່ບໍ່ໃຫ້ເກີດລາຍໄດ້ກັບມາ ເຊັ່ນ ມືຖືຫລຸ້ນໃຫມ່ TV ແລະ ອື່ນໆ ການຮຽນຮຸູ້ເລື້ອງການບໍລິຫານການເງີນກໍ່ເປັນເລື້ອງຈຳເປັນ ລອງຫາໜັ່ງສືພວກນີ້ມາອ່ານເບີ່ງຈະຊ່ວຍທຳໃຫ້ເຮົາປົດໜີ້ໄດ້ໄວຂື້ນຫລືແມ້ກະທັ້ງມັ່ງຄັ່ງລໍ້າລວຍຂື້ນມາໄດ້ ຂໍໃຫ້ກຳລັງໃຈສຳລັບຄົນມີໜີ້ ຂໍໃຫ້ຫມົດໜີ້ໄວໆເດີ ຢ້ານໆກວາໆ ເມື່ອຕ້ອງເວົ້າ Present ໜ້າຫ້ອງ 1. ຄິດວ່າຄົນຟັງຄືເພື່ອນຂອງເຮົາ ເປັນຫຍັງເວົ້າເທື່ອລະຄົນກ້າເວົ້າແຕ່ເວົ້າໃຫ້ຟັງພ້ອມກັນຫລາຍຄົນບໍ່ກ້າເວົ້າ? 2. ບໍ່ກ້າສົບສາຍຕາ ກໍ່ໃຫ້ມອງທີ່ໜ້າຜາກແທນ 3. ຝຶກເວົ້າເບົາໆ ດຽວກໍ່ຊິນເຄີຍເອງ ຄວາມຈິງເລື້ອງການເວົ້າຕໍ່ໜ້າຊຸມຊົນເປັນສີນລະປີນຊັ້ນສູງ ຊື່ງຈະຕ້ອງຮຽນຮູ້ ແລະຝຶກເວົ້າກັນຢ່າງຈິງຈັງເປັນເລື້ອງເປັນລາວເລີຍ

ຢາກມີແຮງບັນດານໃຈ

ຂ້ອຍຢາແນະນຳໃຫ້ເຈົ້າໃຫ້ຫາເວລາໂອ້ລົມກັບເພື່ອນຂອງເຮົາ ແຕ່ໃຫ້ລົມກັນຕອນທຸກຄົນອາລົມດີ ຖາມພວກເຂົາວ່າ …ເຂົາເປັນຫຍັງຫລືບໍ່ ເຂົາບໍ່ມັກຫຍັງເຮົາບ່ອນໃດ ຫລືບໍ່ ເປັນຫຍັງຫລັງໆມານີ້ ເຮົາໂອ້ລົມຖາມເລື້ອງຫຍັງໄປ ພວກເຂົາບໍ່ຍອມບອກ ເຮົາຮູ້ສຶກບໍ່ສະບາຍໃຈ … ແລ້ວຟັງຄຳຕອບເຂົາເບີ່ງ. ເຂົາຈະບໍ່ໄດ້ຄິດຫຍັງກັບເຮົາໃນຈຸດທີ່ເຮົາກັງວົນກໍ່ໄດ້ ຫລືເຂົາອາດຈະບໍ່ພໍໃຈກັບເຮົາດ້ວຍເຫດອື່ນກໍ່ໄດ້ ເພາະສະນັ້ນ ຖາມເຂົາໃຫ້ຊັດເຈນກ່ອນ ແຕ່ຖ້າເຂົາບໍ່ພໍໃຈເລື້ອງທີ່ເຈົ້າກັງວົນໃຈຢູ່ ກໍ່ໃຫ້ບອກເຂົາວ່າ ທີ່ຜ່ານມາເຮົາອາດຈະຂໍຄວາມຊ່ວຍເຫລືອຈາກເຂົາ ຊື່ງເຮົາກໍ່ຂໍຂອບໃຈ ທີ່ເຂົາໃຈດີສອນເຮົາ ບອກເຮົາ ຂໍໃຫ້ມີຄວາມກ້າຫານໃນການໂອ້ລົມກັບເພື່ອນໃຫ້ເກີດຄວາມຊັດເຈນວ່າມັນເກີດຍຫຍັງຂື້ນ ຖ້າເຮົາບໍ່ກ້າໂອ້ລົມ ເຮົານີ້ແຫລະທີ່ຈະແບກຄວາມສົງໄສແລະຄວາມບໍ່ສະບາຍໃຈຕໍ່ໄປ ແລະ ຂ້ອຍເຊື່ອວ່າຄວາມເປັນເພື່ອນແລະຄວາມຈິງໃຈທີ່ເຮົາມີໃຫ້ກັບເຂົາ ຈະທຳໃຫ້ເຂົາເຂົ້າໃຈເຮົາ ແລະ ຍອມຮັບເຮົາເປັນເພື່ອນເຊັ່ນກັນເດີ ເຈົ້າມີພະລັງ ຂ້ອຍເຊື່ອໜັ້ນ ເຈົ້າທຳໄດ້

ເບື່ອສີ່ງແວດລ້ອມ

ອາກາດເບື່ອມາຈາກຫລາຍສາເຫດ 1. ທຳງານທີ່ເຮົາບໍ່ມັກ ມັນບໍ່ແມ່ນຕົວຕົນຂອງເຮົາຈິງໆ ເຮັດໃຫ້ຝືນຄວາມຮູ້ສຶກທຸກມື້ທຸກວັນ 2. ມອງສີ່ງຕ່າງໆໃນແງ່ລົບ ບໍ່ມີໃຜໄດ້ເລື້ອງໃນສາຍຕາເຮົາ 3. ຄາດຫວັງຫລາຍເກີນໄປ ຢາກໃຫ້ໄດ້ຫຍັງດັ່ງໃຈເຮົາ ພໍບໍ່ໄດ້ ເຮົາຈິງຫງຸດງິດລຳຄານໃຈ 4. ບໍ່ເຫັນຄຸນຄ່າໃນງານທີ່ທຳ ແລະບໍ່ເຫັນຄຸນຄ່າໃນຕົວເອງ ຈິ່ງບໍ່ມີຄວາມສຸກໃນການທຳງານ 5. ສະພາບແວດລ້ອມໃນການທຳງານບໍ່ເອື້ອອຳນວຍຈິງໆ ເຊັ່ນ ເພື່ອນຮ່ວມງານຂີ້ນິນທາ ເຈົ້ານາຍໂມໂຫຮ້າຍ ບ້ານໄກຈາກທີ່ທຳງານ 6. ແລະອື່ນໆອີກສາລະພັດເຫດ ຫລັກການໃຫຍ່ໆເລີຍຢູ່ທີ່ຄວາມຄິດ ທັດສະນະຄິຕິ ແລະມຸມມອງຂອງເຮົາເອງທີ່ມີຕໍ່ສີ່ງຕ່າງໆເຈົ້າມີທາງເລືອກຄື 1. ຖ້າລາອອກບໍ່ໄດ້ ກໍ່ປ່ຽນມຸມມອງຂອງເຮົາໃຫ້ເປັນບວກ ຫັດເຫັນຄຸນ່າ ຫັດຊື່ນຊົມສີ່ງຕ່າງໆໃນທີ່ທຳງານຂອງເຮົາແດ່ ບໍ່ວ່າຈະເປັນໜ້າທີ່ຄວາມຮັບຜິດຊອບຂອງເຮົາ ຫລືຜູ້ຄົນໃນທີ່ທຳງານຂອງເຮົາ ທຳໃຈຍອມຮັບໃນສີ່ງທີ່ເຂົາເຫລົ່ານັ້ນເປັນ ຄົງບໍ່ມີໃຜຄິດ ເວົ້າແລະທຳທຸກຢ່າງເໜືອນເຮົາໄດ້ດ໋ອກ ແມ່ນບໍ່? 2. ຖ້າເຮັດໃນຂໍ້1ບໍ່ໄດ້ ໃຫ້ມອງຫາງານໃຫມ່ທີ່ເຮົາມັກຈິງໆ ຖ້າເຂົາຮັບແລ້ວຄອຍລາອອກ ຢ່າອຶດອັດທໍ້ຖອຍໃຈ ເພາະຖ້າເຈົ້າບໍ່ມີກິຈິດກະໃຈຈະທຳງານ ຜົນງານກໍ່ອອກມາບໍ່ດີ ແລະຊີວິດຂອງເຈົ້າຈະລຸ້ງໄດ້ແນວໃດ ແມ່ນບໍ່ໍ? ເຈົ້າເລືອກແບບໃດ ຊ່ວຍບອກຂ້ອຍແດ່ ຂໍໃຫ້ໂຊກດີ

ບໍ່ໜັ້ນໃຈກັບການສຳພາດງານ

ອາດິດທີ່ຜ່ານໄປໃຫ້ມັນບົດຮຽນສຳລັບການທຳງານໃນອານາຄົດ ບອກຕົວເອງວ່າ ເຮົາຈະບໍ່ທຳຜິດພາດແບບນັ້ນອີກ ok ບໍ່? ສຳລັບການສຳພາດຄັ້ງຕໍ່ໄປ ຂໍໃຫ້ມີຄວາມກ້າຫານ ແລະຮຽກຄວາມຫມັ້ນໃຈກັບມາໃຫມ່ ເພາະຖ້າຍັງຢ້ານຫລືສະແດງອອກເຖີງຄວາມບໍ່ໜັ້ນໃຈ ຈະຍີ່ງເປັນສາເຫດໃຫ້ບໍ່ໄດ້ງານ ຖ້າເຂົາຖາມວ່າ ເປັນຫຍັງອອກຈາກທີ່ເດີມ ໃຫ້ຕອບວ່າ…ເຮົາບໍ່ຢາກເວົ້າຫຍັງທີ່ເປັນລົບກ່ຽວກັບທີ່ທຳງານເດີມ ຖ້າຮູ້ຈັກວິທີເວົ້າ ເທົ່ານີ້ກໍ່ຈະໄດ້ແຕ້ມແລ້ວ ແລະເຮົາກໍ່ບໍ່ໄດ້ຂີ້ຕົວະດ້ວຍ ok ບໍ່? ຍີ້ມຫລາຍໆ ທຳຕົວໃຫ້ສົດຊື່ນ ກະຊັບກະເຊງ ເວົ້າຈາຊັດຖ້ອຍ ຊັດຄຳ ຍົກມືໄຫ້ວຢ່າງອ່ອນນ້ອມ ຂອບໃຈຜູ້ສຳພາດດ້ວຍ ແລະ ສີ່ງສຳຄັນທີ່ສຸດຄື ເຮົາຕ້ອງຕັ້ງໃຈ ຂະຫຍັນ ເອົາໃຈໃສ່ໃນການທຳງານ ຝຶກໃຫ້ເປັນຄົນມີມະນຸດສຳພັນດີ ຊ່ວຍເຫລືອຜູ້ອື່ນ ໃຫ້ຄວາມຮ່ວມມືກັບຫົວໜ້າ ແລະອົງກອນ ເພາະສີ່ງນີ້ຈະເຮັດໃຫ້ເຮົາທຳງານໄດ້ຍາວນານ. ຂໍໃຫ້ໂຊກດີມີງານເຮັດໄວໆເດີ

ຢູ່ກັບຄົນຄິດບໍ່ດີເວົ້າບໍ່ດີເຮັດແນວໃດ

ກຸ່ມຄົນທີ່ເຮົາແວດລ້ອມເຮົາສຳຄັນຫລາຍ ພະຍາຍາມໃກ້ຄົນທີ່ຄິດບວກແລະເປັນຄົນດີແລະຢູ່ໃຫ້ໄກຈາກພວກຄິດລົບແລະຂີ້ ນິນທາ ແຕ່ຖ້າຫລີ້ກລ້ຽງບໍ່ໄດ້ ກໍ່ຢ່າໄປຟັງ ແລະບໍ່ຕ້ອງເຮັດໃຫ້ຕົວເອງຫງຸດງິດ ຫລື ໜົດພະລັງ ບໍ່ມີໃຜຈະມີອິດທິພົນກັບເຮົາໄດ້ ຖ້າເຮົາບໍ່ຮັບຄຳເວົ້າຂອງຄົນເຫລົ່ານັ້ນມາໄວ້ໃນໃຈ ຄິດສະເຫມີວ່າ….ມານບໍ່ມີ ບາລະມີບໍ່ເກີດ!!! ເຈົ້າເຮັດໄດ້ແນ່ ຄວາມເຫັນຂອງເຈົ້າເປັນກຳລັງສຳລັບຂ້ອຍ

ຢາກຈະປ່ຽນບຸກຄະລິກຂອງຕົວເອງ

ສິ່ງທີ່ຂ້ອຍແນະນຳໃນເບື້ອງຕົ້ນຄື 1. ຍີ້ມຫລາຍໆພະຍາຍາມຢຶດເອີກໜັ້ນໃຈເຂົ້າໄວ້ ແລະ ຍ່າງໃຫ້ໄວຂື້ນກວ່າເດີມ 25% 2. ເວລາເວົ້າກັບໃຜ ໃຫ້ຍີ້ມ ແລະ ສະແດງທ່າທາງຂອງຄວາມກະຕືລືລົ້ນອອກມາດ້ວຍ ok ບໍ່? ຂໍໃຫ້ຮຽນຮູ້ແລະຝຶກຝົນຕົວເອງໄປເລື້ອຍໆ ແລ້ວເຈົ້າກໍ່ຈະມີຊີວິດທີ່ເຈົ້າໄຝ່ຝັນໄດ້ເດີ… ຢູ່ກັບຄົນຄິດບໍ່ດີເວົ້າບໍ່ດີເຮັດແນວໃດ ກຸ່ມຄົນທີ່ເຮົາແວດລ້ອມເຮົາສຳຄັນຫລາຍ ພະຍາຍາມໃກ້ຄົນທີ່ຄິດບວກແລະເປັນຄົນດີແລະຢູ່ໃຫ້ໄກຈາກພວກຄິດລົບແລະຂີ້ ນິນທາ ແຕ່ຖ້າຫລີ້ກລ້ຽງບໍ່ໄດ້ ກໍ່ຢ່າໄປຟັງ ແລະບໍ່ຕ້ອງເຮັດໃຫ້ຕົວເອງຫງຸດງິດ ຫລື ໜົດພະລັງ ບໍ່ມີໃຜຈະມີອິດທິພົນກັບເຮົາໄດ້ ຖ້າເຮົາບໍ່ຮັບຄຳເວົ້າຂອງຄົນເຫລົ່ານັ້ນມາໄວ້ໃນໃຈ ຄິດສະເຫມີວ່າ….ມານບໍ່ມີ ບາລະມີບໍ່ເກີດ!!!

ຂາດກຳລັງໃຈໃນການທຳງານ

ບໍ່ຊາບວ່າເຈົ້າຂາດກຳລັງໃຈເລື້ອງຫຍັງ? ເງີນເດືອນໜ້ອຍ ບໍ່ໄດ້ໂບນັສ ຕໍາແໜ່ງບໍ່ຂື້ນ ເຈົ້ານາຍບໍ່ດີ ລູກນ້ອງບໍ່ໄດ້ເລື້ອງ ເພື່ອນຮ່ວມງານບໍ່ໄດ້ເລື້ອງ? ຄວາມຈິງເຮົາເລືອກໄດ້ທີ່ຈະລາອອກ ຫລືທຳທີ່ນີ້ຕໍ່ໄປ ຖ້າທຳທີ່ນີ້ຕໍ່ ກໍ່ໃຫ້ປ່ຽນມຸມມອງໃຫມ່ ເພາະທຳງານແລ້ວຈິດຕົກຈະມີປະໂຫຍດຫຍັງ ຊີວິດກໍ່ຈະມີແຕ່ເຊັງໆ ຊັງກະຕາຍຢູ່ໄປວັນໆ ຢາກໃຫ້ຊີວິດຕົວເອງເປັນແບບນີ້ຫລືບໍ່? ເປັນຫຍັງບໍ່ລອງເບີ່ງດ້ານດີຂອງຊີວິດແດ່ ຈະບໍ່ມີຫຍັງດີຈັກຢ່າງເລີຍບໍ່? ສຸກຫລືທຸກຢູ່ທີ່ຄວາມຄິດ ຄິດຖຶກກໍ່ເປັນສຸກ ຄິດຜິດ ກໍ່ເປັນທຸກ ຖ້າມີເທວະດາຖາມເຈົ້າວ່າ ເຈົ້າຢາກເຈີະບັນຫາຢູ່ລະດັບນີ້ ຫລື ຢາກຈະເຈີະແຍ້ກວ່ານີ້ ເຈົ້າຈະເລືອກແບບໃດ?

ຢາກປະສົບຄວາມສຳເລັດໃນຊີວິດ

ຖ້າເຈົ້າຢາກເຮັດຫຍັງ ບໍ່ຕ້ອງຢ້ານຫຍັງ ຂ້ອຍແນ່ນຳຄື 1 2 3 ລຸຍ ແລະ 4 5 6 ລວຍເດີ ເຈົ້າຕ້ອງລອງໄປເຮັດເບີ່ງ ຂ້ອຍເຊື່ອໜັ້ນວ່າເຈົ້າເຮັດໄດ້ຢ່າງແນ່ນອນເດີ ຂ້ອຍເປັນກຳລັງໃນໃຫ້ເຈົ້າເດີ ເຈົ້າຮູ້ບໍ່ວ່າ ມີຄົນຈຳນວນຫລາຍທີ່ບໍ່ໄດ້ມີຊີວິດທີ່ມີຄວາມສຸກຢ່າງເຕັມປ່ຽມ ເພາະເຂົາ’’ ບໍ່ຮູຸ້ວ່າແນ່ຊັດວ່າ ‘’ ວ່າຕົວເອງຕ້ອງການຫຍັງ’’ .. ບໍ່ຮູ້ວ່າຢາກຈະທຳຫຍັງ ຫລື ຢາກຈະມີຫຍັງ … ເຂົາຈິງບໍ່ມີສີ່ງນັ້ນ !!! ເຈົ້າເຮັດໄດ້ແນ່ນອນ ຄົນເປັນແບບນີ້ຫລວງຫລາຍ!!! ຄົນສ່ວນໃຫຍ່ຮູ້ແຕ່ວ່າ '' ຢາກສຳເລັດ ຢາກລວຍ”” ແຕ່ພໍໃຫ້ອະທິບາຍໜ້າຕາຂອງຄວາມສຳເລັດຫລືຄວາມລວຍທີ່ປາດຖະໜາໃຫ້ຊັດເຈນ ກັບອະທິບາຍບໍ່ຖຶກ!!! ຖ້າເຮົາເດີນມາຕົງ 3 ແຍກ ແລ້ວເຮົາບໍ່ຮູ້ວ່າຈະໄປທາງຊ້າຍດີ ຫລື ທາງຂວາດີ ຖາມວ່າ ແລະເຮົາຈະຢູ່ໃສ? ຄຳຕອບກໍ່ຄື …ຢືນຢູ່ທີ່ເດີມນັ້ນເອງ!!! ສີ່ງທຳອິດທີ່ເຈົ້າຕ້ອງທຳກໍ່ຄື ສຳຫລວດຄວາມປາດຖະໜາຂອງຕົວເອງໃຫ້ທ່ອງແທ້ກ່ອນ!! ສູ້ສູ້!!! ເຈົ້າເປັນຄົນເກັ່ງຢູ່ແລ້ວ ເຕີມຄວາມຮູ້ເລື່ອງພວກອີກໜ້ອຍນື່ງ ຊີວິດຕິດເທີໂບແນ່ນອນ. ເປັນກຳລັງໃຈໃຫ້ເຈົ້າສະເຫມີ ແດ່ຄວາມສຳເລັດຂອງເຈົ້າ ທອງຈັນ ພົນທະຈັກ ເຈົ້າມີພະລັງ ຂ້ອຍເຊື່ອໜັ້ນ ເຈົ້າທຳໄດ້ !!! ນຳມາຝາກ…ລົ້ມແລ້ວຕ້ອງລຸກ. ບໍ່ໄດ້…ຕ້ອງໄດ້ ສີ່ງດຽວທີ່ພວກເຂົາທຳບໍ່ໄດ້…ການຍອມແພ້ ຊາຍຄົນໜື່ງຫາຈະມາເວົ້າ….ໄດ້ຕອນອາຍຸ 4ປີ ຊາຍຄົນນັ້ນ…ຫາກໍ່ມາອ່ານໜັ່ງສືອອກຕອນອາຍຸ 8 ປີ ຊາຍຄົນນັ້ນ….ເຄີຍຖຶກໄລ່ອອກຈາກໂຮງຮຽນ ຊາຍຄົນນັ້ນ….ເຄີຍຖຶກປະຕິເສດຈາກໂຮງຮຽນ ອະຊີວະຊູລິກ ຊາຍຄົນນັ້ນ…ເຄີຍຖຶກອາຈານລະບຸວ່າ ສະຫມອງຊ້າ ບໍ່ມັກສັງຄົມ ແລະລ່ອງລອຍຢູ່ໃນຄວາມຝັນອັນໂງ່ຈ້າຂອງຕົວເອງມາຕະຫລອດເວລາ ຊາຍຄົນນັ້ນ….ຊື່ ອັລເບິຣຕ ໄອສໄຕນ ເຈົ້າຂອງລາງວັນໂນເບລສາຂາຟີຊິກບິດາ ແຫ່ງປລາມານ ຄົນເຊື່ອວ່າທຸກຄົນເຄີຍແພ້ ຂ້ອຍເຊື່ອວ່າທຸກຄົນເຄີຍລົ້ມເຫລວ ແຕ່ຄົນແພ້ບໍ່ແມ່ນຄົນທີ່ລົ້ມເຫລວ…ທໍ້ແທ້ກັງວົນໃຈຫມົດຄວາມຫມັ້ນໃຈຕົວເອງຢ່າງໄຮ້ສາເຫດ ເວລາເຮົາຫມົດພະລັງ ສະແດງວ່າເຮົາຄິດວົກວົນຢູ່ກັບບັນຫາໃນອາດີດ ຫລືບໍ່ກໍ່ມອງຫາອານາຄົດໃນທາງທີ່ບໍ່ດີ ຖ້າຢາກມີພະລັງ ໃຫ້ຄິດເຖີງຄວາມຝັນຫລືເປົ້າໜາຍຂອງເຮົາເອົາໄວ້ ແລະໃຫ້ຝຶກມອງສີ່ງຕ່າງໆໃນແງ່ດີ ໃນແງ່ບວກ ຝຶກມອງຫາຄວາມໂຊກດີໃນຄວາມເປັນທຳມະຊາດແດ່ ເວລາທີ່ເຮົາຈະຮຽກຄວາມຫມັ້ນໃຈກັບຂື້ນມາໃຫມ່ນັ້ນ ໃຫ້ເຮົາຍ້ອນລະລຶກເຖີງສີ່ງດີໆ ຫລື ຄວາມສຳເລັດໃນອາດີດທີ່ເຮົາເຄີຍທຳໄດ້ ແລ້ວເວົ້າບວກກັບຕົວເອງ ແລະຊື່ນຊົມກັບຕົວເອງວ່າ… ທີ່ຜ່ານມາຂ້ອຍກໍ່ທຳໄດ້ດີເນາະ!!! Yes !! Yes! Yes ພະຍາຍາມຝຶກເວົ້າ ‘’ ຂ້ອຍເປັນຄົນໂຊກດີ ‘’ ເລື້ອຍໆ ແລະ ‘’ ຂອບໃຈ’’ ກັບສີ່ງທີ່ເຮົາໄດ້ຮັບ ແມ້ຈະເລັກນ້ອຍເທົ່າໃດກໍ່ຕາມ ເພື່ອເປັນການສ້າງພະລັງໃຫ້ກັບຕົວເອງໃນທຸກໆວັນ ok ບໍ່? ຂໍໃຫ້ໂຊກດີເດີ ຂ້ອຍທອງຈັນ ເປັນກຳລັງໃຈໃຫ້

ສັບສົນເລື້ອງຄວາມຝັນກັບເປົ້າຫມາຍ

ຄວາມຝັນຄືເປົ້າພາບໃຫຍ່ໂດຍລວມຂອງຊີວິດ ແຕ່ເປົ້າຫມາຍກໍ່ຄືການກຳນົດຢ່າງສະເພາະເຈາະຈົງລົງໄປ ໂດຍມີເວລາກຳກັບ ເຊັ່ນ ຂ້ອຍຈະມີລາຍໄດ້ເດືອນລະ 80.000 ບາດ ເດືອນໃດ ປີໃດ … ຫລື 300.000 ບາດ ເມື່ອໃດ ປີໃດ ທີ່ບອກວ່າໃຫ້ຕັ້ງເປົ້າໜາຍແບບເອື້ອມເຖີງກໍ່ຄື ຄ່ອຍໆ ຂະຍັບຂື້ນໄປເທື່ອລະຂັ້ນຕອນ ເຊັ່ນ ປີນີ້ ເພີ່ມຈາກ 50.000 ບາດ ເປັນ 80.000 ບາດ …ປີໜ້າເປັນ 150.000 ບາດ … ອີກ 2 ປີຂ້າງໜ້າເປັນ 300.000 ບາດ. ຫລືວ່າຈະຕັ້ງຈາກ 50.000 ບາດ ເປັນ 300.000 ບາດ ເລີຍກໍ່ໄດ້ ທ້າທາຍຕົວເອງດີເໜືອນກັນ ພຽງແຕ່ວ່າເວລາທີ່ເຮົາຕັ້ງເປົ້າກະໂດດຫລາຍໆແບບນີ້ ໃຈຂອງເຮົາລຶກໆມັນຄ້ານກັບຕົວເອງຫລືບໍ່? ຖ້າບໍ່ຄັດຄ້ານ..ກໍ່ບໍ່ມີບັນຫາ… ແຕ່ຖ້າຄັດຄ້ານ ເຮົາກໍ່ຕັ້ງເອົາພໍແບບເອື້ອມເຖີງກ່ອນ ແລະຄ່ອຍຂະຍັບຂື້ນໄປເລື້ອຍໆ ທີ່ອະທິບາຍມານີ້ເຂົາໃຈບໍ່? ລອງເຮັດເບີ່ງ ແລ້ວສັງເກດຕົວເອງວ່າ ຄິດ ເວົ້າ ແລະເຮັດຫຍັງໄປແດ່ ແລ້ວເກີດຜົນຫຍັງແດ ປັບປ່ຽນວິທີການໃຫ້ເໜາະສົມ ສີ່ງສຳຄັນທີ່ຢາກເນັ້ນອີກຢ່າງກໍ່ຄື ຫາຄວາມຮູ້ທີ່ຈະນຳພາເຮົາໄປສູ່ເປົ້າໜາຍຢູ່ຢ່າງສະຫມໍ່າສະເຫມີ ແລ້ວຄວາມສຳເລັດກໍ່ຈະເປັນຂອງເຮົາແນ່ນອນເດີ!!!

ຢາກປ່ຽນແປງຕົວເອງແຕ່ກໍ່ຮູ້ສຶກວ່າມັນຫຍຸ້ງຍາກ

ມີຊາວນາຄົນນື່ງ ຢາກກ່ຽວເຂົາໃນທົ່ງນາໄປຂາຍ ເພື່ອຈະມີຊີວິດຢູ່ຢ່າງສຸກສະບາຍ ແຕ່ລະວັນເຂົາຈະຕື່ນຂື້ນມາ ເບີ່ງທ່ົງນາປະມານ 10 ນາທີ ແລ້ວກໍ່ກັບໄປນອນ ເຂົາທຳແບບນີ້ວັນແລ້ວວັນເລ່ົາ ແລ້ວກໍ່ກົງວັນໃຈວ່າ ເມື່ອໃດນໍເຂົ້າຈະອອກຮວງຈັກເທື່ອ!!! ເຂົາເອົາແຕ່ລໍຄອຍເກັບກ່ຽວເຂົ້າ ໂດຍທີ່ເຂົາຍັງບໍ່ໄດ້ລົງມືຫວ່ານເມັດເຂົາເລີຍ!!! ເຈົ້າເປັນຊາວນາຄົນນັ້ນຢູ່ຫລືບໍ່? ທອງຈັນເຊື່ອວ່າ ຖ້າເຈົ້າຍັງເປັນຄົນແບບເດີມ ເຈົ້າກໍ່ຈະຍົງຈົ່ມກັບຊີວິດແບບນີ້ໄປອີກຫລາຍປີ ທອງຈັນຢາກວ່າ ບໍ່ມີຫຍັງຜິດ ຖ້າເຈົ້າເພີ່ງພໍໃຈກັບຊີວິດທີ່ເຈົ້າມີຢູ່ ແຕ່ເຈົ້າຕ້ອງເພີ່ງພໍໃຈແລະມີຄວາມສຸກກັບມັນຈິງໆ ເຈົ້າຈະໄດ້ມີຄວາມສຸກແລະເລີກຈົ່ມກັບຊີວິດຈັກເທື່ອ ແຕ່ຖ້າເຈົ້າຢາກປ່ຽນແປງ ກໍ່ມີພຽງແຕ່ເຈົ້າເທົ່ານັ້ນທີ່ທຳໄດ້ !!! ເຈົ້າຈະປ່ຽນໄດ້ກໍ່ຕໍ່ເມື່ອເຈົ້າທຸເລດກັບຕົວເອງເຖີງຂີດສູງສຸດເທົ່ານັ້ນ!!! ແລ້ວບອກໃຫ້ຂ້ອຍຮູ້ດ້ວຍວ່າ ວັນນັ້ນມາເຖີງ

ຖຶກບັນທອນຄວາມໜັ້ນໃຈ ຈະເຮັດແນວໃດດີ

ຂ້ອຍເຂົ້າເລີຍວ່າເວລາເຈີຄົນແບບນີ້ແບບທີ່ເຮັດໃຫ້ເຮົາອຶດອັດ ໜົດພະລັງ ກຳລັງໃຈໄດ້ເໜືອນກັນສີ່ງທີ່ຂ້ອຍຢາກໃຫ້ເຈົ້າຝຶກກໍ່ຄື 1. ລອງພິຈາລະນາດ້ວຍໃຈເປັນກາງກ່ອນວ່າ ສີ່ງທີ່ເຂົາເວົ້າມານັ້ນ ແມ່ນຫລືບໍ່ແມ່ນ ຖ້າແມ່ນເຮົາຈະໄດ້ປັບປຸງຕົວເອງໃຫ້ດີຂື້ນ ແຕ່ຖ້າບໍ່ແມ່ນເຮົາກບໍ່ຕ້ອງໄປໃສ່ໃຈຫຍັງຫລາຍ 2. ເອົາຄວາມກົດດັນນັ້ນ ມາເປັນປ່ຽນເປັນພະລັງໃຫ້ເຮົາອຶດສູ້ຂື້ນມາ ບໍ່ແມ່ນສູ້ດ້ວຍການໄປດ່າ ໂຕ້ຖຽງກັບເຂົາເດີ ແຕ່ໃຫ້ສູ້ທີ່ຈະພັດທະນາຕົວເອງໃຫ້ເກັ່ງກວ່າເດີມ ເອົາຊະນະການດູຖູກຂອງເຂົາ ໃຫ້ເຂົາຕະລຶງໄປເລີຍວ່າ ເຮົາເກັ່ງກ້າຊໍ້າໃດ 3. ພະຍາຍາມຫ່າງຄົນປະເພດ ຄິດລົບ ເວົ້າລົບ ເຂົ້າໄວ້ ແຕ່ຢ່າໄປຕໍ່ຕ້ານ ຢ່າໄປໂກດຄຽດເຂົາເດີ ພຽງແຕ່ບໍ່ເສວະນາກັບເຂົາເທ່ົານັ້ນເອງ 4. ໜັ່ນໃຫ້ອະໄພ ແລະທຳດີກັບເຂົາເຖີງແມ້ເຂົາຈະທຳບໍ່ຄ່ອຍດີກັບເຮົາ ນີ້ຄືສຸດຢອດເຄັດລັບວິຊາ…ເອົາຊະນະໃຈຄົນອື່ນດ້ວຍຄວາມດີຂອງເຮົາ!!! ສູ້ສູ້!!! ຂ້ອຍເປັນກຳລັງໃຈໃຫ້ເດີ

ເມື່ອຕ້ອງປ່ຽນສາຍງານມາເປັນເຊລ

ມະນຸດມັກຈະຕິດກັບຄວາມເຄີຍຊິນເດີມ ບໍ່ມັກການປ່ຽນແປງ ເຊີ່ງຂ້ອຍເຂົາໃຈດີວ່າ ມັນຕ້ອງປັບຕົວເອງໃຫ້ຫລາຍໆ… ການຮັບມືກັບການປ່ຽນແປງໃນຄັ້ງນີ້ນັ້ນ ເຈົ້າກໍ່ມີຫລາຍທາງເລືອກເໜືອນກັນຄື: 1. ຖ້າເຮົາຄິດວ່າຄວາມຮູ້ ຄວາມສາມາດ ແລະຄວາມມັກຂອງເຮົາຕົງກັບງານເດີມ ໃຫ້ມີຄວາມກ້າຫານ ບອກຫົວໜ້າວ່າ ເຮົາຂໍຢູ່ພະແນກເດີມ 2. ຖ້າເຮົາກຳນົດຕົວເອງບໍ່ໄດ້ ເຮົາກໍ່ຈຳເປັນຕ້ອງທຳ ແຕ່ຖ້າມັນອຶດອັດ ທົນບໍ່ໄຫວຈິງໆກໍ່ລາອອກ ຫາງານອື່ນທີ່ເຮົາມັກທຳແທນ ແລະບໍ່ຕ້ອງຢ້ານວ່າຈະຫາງານບໍ່ໄດ້ ຖ້າເຮົາຫມັ້ນໃຈວ່າເຮົາເປັນຄົນມີຄຸນນະພາບ ມີງານລໍອີກຕັ້ງຫລາຍ ໂອເຄ ບໍ່? ຂໍ້ນີ້ຄົນມັກເປັນກັງວົນວ່າ ຫາງານຍາກ ຄົນຫວ້າງງານຍັງມີຕັ້ງຫລາຍ ແມ່ນບໍ່? ຂ້ອຍຈະບອກຄວາມລັບ ‘’ ໃຫ້… ຜູ້ບໍລິຫານທ່ີຂ້ອຍເຈີມາມັກຈະບອກວ່າ ຄົນສະຫມັກງານຫລາຍແລ້ວ… ແຕ່ຂໍເນັ້ນວ່າ ແຕ່ ຄົນດີໆຫາຍາກ!!! 3. ຖ້າເຮົາຄິດຈະທຳງານ Sale ນີ້ຕໍ່ໄປ ກໍ່ຂໍໃຫ້ທຳຢ່າງເຕັມໃຈ ແລະ ທຳຢ່າງສະນຸກ ໃຫ້ຄິດວ່າ ເປັນການຮຽນຮູ້ ໄດ້ປະສົບການໃໜ່ໆ ໄດ້ຝຶກຝົນຕົນເອງ ໄດ້ລອງທຳໃນສີ່ງທີ່ບໍ່ເຄີບ ok ບໍ່ນໍ? ເຈົ້າມີພະລັງ ທອງຈັນເຊື່ອໜັ້ນ ເຈົ້າທຳໄດ້!!!

ປະສິດທິພາບການທຳງານແຍ້…ສ້າງພະລັງໃຫ້ຕົວເອງໄດ້ແນວໃດ

ຄົງຕ້ອງຖາມວ່າຕອນທີ່ທຳງານນັ້ນໄດ້ຕັກຕວງປະສົບການແລະຮຽນຮູ້ຈາການທຳງານມາເປັນພື້ນຖານເຈົ້າໄດ້ຫລາຍຂະໜາດໃດ ຫລື ທຳງານໄປຮຽນໄປ. ການນຳການຮຽນຮູ້ຈາກປະສົບການທຳງານກໍ່ດີຫລືການພະຍາຍາມຮຽນຮູ້ວິທີການທຳງານຢ່າງເຕັມທີ່ກໍ່ດີເປັນເລື້ອງຂອງສາດທີ່ສາມາດສຶກສາກັນໄດ້ເດີ ບໍ່ແມ່ນຕ້ອງໃຊ້ຄວາມຮູ້ທາງການສຶກສາຫລາຍ ພຽງແຕ່ເຮົາຕ້ອງ””ສຶກສາຢ່າງຕັ້ງໃຈຈາກການທຳງານ”” ເດີ ແລະເລື້ອງທີ່ຢາກນທຳນັ້ນ 1. ການເປັນນັກຂຽນ ຖ້າຮັກການເປັນນັກຂຽນຈິງໆ ການເລີ້ມຂຽນແລະຮຽນຮູ້ຕັ້ງແຕ່ຕອນນີ້ເລີຍເດີ ເປັນເລື້ອງຈຳເປັນທີ່ສຸດເດີແຕ່ຢ່າລືມທີ່ຈະຫາຊ່ອງທາງທີ່ຮຽນການຂຽນອ່ານ ເວົ້າໃຫ້ຫລາຍໆເດີ ຄິດພຽງແຕ່ວ່າຈະເຮັດແນວໃດດີ ເພາະມັນຈະຢູ່ພຽງໃນຄວາມຄິດແຕ່ຖ້າເລີ້ມທຳແລ້ວຫົນທາງຈະມີຫາເອງ ຖ້າບໍ່ຮູ້ກໍ່ເລີ້ມຕົ້ນຫາຂໍ້ມູນຈາກຄົນທີ່ຮູ້ຫລືຫາຂໍ້ມູນຈາກ Google ຫລື ສຳນັກພີມຖ້າເບີ່ງຈິງໆມີທາງໃຫ້ເລີ້ມຕົ້ນຫລາຍ ເມື່ອເຮົາເດີນທາງໄປເຖີງຈຸດເລີ້ມຕົ້ນແລ້ວ ໄຟໃນໃຈເຮົາຈະຕິດຂື້ນມາເອງເດີເຮົາສາມາດ ເຮົາທຳໄດ້ ແຕ່ເມື່ອເຮົາເລີ້ມເດີນຈາກຈຸດເລີ້ມຕົ້ນແລ້ວເຮົາຈະເຈີກັບບັນຫາແລະອຸປະສັກ ອີກຫລາຍໃຫ້ຫາທີ່ ພັກແລະໃຫ້ກຳລັງໃຈກັບຕົວເອງໄປ key ຂອງເລື້ອງກໍ່ຄື “ ໃສ່ໃຈແລະບໍ່ເລີກ”’ ເດີ ເມື່ອຕ້ອງປ່ຽນສາຍງານມາເປັນເຊລ ມະນຸດມັກຈະຕິດກັບຄວາມເຄີຍຊິນເດີມ ບໍ່ມັກການປ່ຽນແປງ ເຊີ່ງຂ້ອຍເຂົາໃຈດີວ່າ ມັນຕ້ອງປັບຕົວເອງໃຫ້ຫລາຍໆ… ການຮັບມືກັບການປ່ຽນແປງໃນຄັ້ງນີ້ນັ້ນ ເຈົ້າກໍ່ມີຫລາຍທາງເລືອກເໜືອນກັນຄື: 1. ຖ້າເຮົາຄິດວ່າຄວາມຮູ້ ຄວາມສາມາດ ແລະຄວາມມັກຂອງເຮົາຕົງກັບງານເດີມ ໃຫ້ມີຄວາມກ້າຫານ ບອກຫົວໜ້າວ່າ ເຮົາຂໍຢູ່ພະແນກເດີມ 2. ຖ້າເຮົາກຳນົດຕົວເອງບໍ່ໄດ້ ເຮົາກໍ່ຈຳເປັນຕ້ອງທຳ ແຕ່ຖ້າມັນອຶດອັດ ທົນບໍ່ໄຫວຈິງໆກໍ່ລາອອກ ຫາງານອື່ນທີ່ເຮົາມັກທຳແທນ ແລະບໍ່ຕ້ອງຢ້ານວ່າຈະຫາງານບໍ່ໄດ້ ຖ້າເຮົາຫມັ້ນໃຈວ່າເຮົາເປັນຄົນມີຄຸນນະພາບ ມີງານລໍອີກຕັ້ງຫລາຍ ໂອເຄ ບໍ່? ຂໍ້ນີ້ຄົນມັກເປັນກັງວົນວ່າ ຫາງານຍາກ ຄົນຫວ້າງງານຍັງມີຕັ້ງຫລາຍ ແມ່ນບໍ່? ຂ້ອຍຈະບອກຄວາມລັບ ‘’ ໃຫ້… ຜູ້ບໍລິຫານທ່ີຂ້ອຍເຈີມາມັກຈະບອກວ່າ ຄົນສະຫມັກງານຫລາຍແລ້ວ… ແຕ່ຂໍເນັ້ນວ່າ ແຕ່ ຄົນດີໆຫາຍາກ!!! 3. ຖ້າເຮົາຄິດຈະທຳງານ Sale ນີ້ຕໍ່ໄປ ກໍ່ຂໍໃຫ້ທຳຢ່າງເຕັມໃຈ ແລະ ທຳຢ່າງສະນຸກ ໃຫ້ຄິດວ່າ ເປັນການຮຽນຮູ້ ໄດ້ປະສົບການໃໜ່ໆ ໄດ້ຝຶກຝົນຕົນເອງ ໄດ້ລອງທຳໃນສີ່ງທີ່ບໍ່ເຄີບ ok ບໍ່ນໍ? ເຈົ້າມີພະລັງ ທອງຈັນເຊື່ອໜັ້ນ ເຈົ້າທຳໄດ້!!!

ບໍ່ຮູ້ວ່າຕົວເອງຢາກເປັນຫຍັງ

ກ່ອນອື່ນເຮົາຕ້ອງໜັ່ນສັງເກດຕົວເອງແລະລອງທຳກິດຈະກຳຫລາກຫລາຍຢ່າງ ແລ້ວເບີ່ງວ່າເຮົາມັກຫຍັງເປັນ ພິເສດແດ່ ແມ່ນຫຍັງທີ່ເຮົາທຳແລ້ວລືມເມື່ອຍ ລືມກິນ ລືມເວລາ ລືມນອນ ໄປເລີຍ. ຢ່າບອກວ່າຫລ່ີນເກມຄອມພີວເດີເດີ ຸຸ555) ກິດຈະກຳຫຍັງທີ່ເຮັດແລ້ວມີຄວາມສຸກ ພາກພູມໃຈ ເຫັນຄຸນຄ່າໃນຕົວເອງ? ຖ້າບໍ່ມີວັນຫລົ້ມເຫລວ ເຈົ້າຢາກເຮັດຫຍັງ? ຖ້າຍັງບໍ່ຮູ້ຊັດເຈນກໍ່ບໍ່ຕ້ອງໄປກັງວົນເຮັດໃຫ້ຕົວເອງຫມົດພະລັງໄປອີກ ເລືອກທຳທີ່ລະຢ່າງ ຖ້າເຮັດແລ້ງຍັງບໍ່ແມ່ນ ຍັງບໍ່ມີຄວາມສຸກ ກໍ່ປ່ຽນໃໜ່ໄດ້ ok ສູ້ສູ້!!! ຂ້ອຍເປັນກຳລັງໃຈໃຫ້ເຈົ້າ ທອງຈັນ ພົນທະຈັກ

ເຈີະບັນຫາໜັກຕ້ອງເຮັດແນວໃດ

ສີ່ງທີ່ຂ້ອຍຢາກບອກກໍ່ຄື… ສຳຄັນທີ່ສຸດຄື ຮັກສາພະລັງໃຈຂອງເຮົາເອົາໄວ້ ມອງຫາວິທີການສ້າງລາຍໄດ້ເພີ້ມ ລົດພາວະລາຍຈ່າຍທີ່ບໍ່ຈຳເປັນໃຫ້ຫມົດ ໃຊ້ຊີວິດໃຫ້ລຽບງ່າຍລົງ ເມື່ອພະຍຸຝົນຜ່ານໄປ ທ້ອງຟ້າທີ່ສົດໃສກໍ່ຈະຕາມມາ ທອງຈັນຂໍເປັນກຳລັງໃຈໃຫ້ເຈົ້າເດີ ກ້າວຂ້າມຊ່ວງເວລາທີ່ທ້າທາຍນີ້ໄປໄດ້ໂດຍໄວເດີ ສູ້ສູ້!!! ຂໍເປັນກຳລັງໃຈໃຫ້ເດີ ຄວາມເຫັນຂອງເຈົ້າຄືກຳລັງໃຈຂອງຂ້ອຍ ແດ່ຄວາມສຳເລັດຂອງເຈ້ົ້າ

วันศุกร์ที่ 23 กันยายน พ.ศ. 2554

ວັນນີ້ເຈົ້າຢາກເອົາຫຍັງໃສ່ເຂົ້າໄປໃນຊີວິດຂອງເຈົ້າ?

ວັນນີ້ເຈົ້າຢາກເອົາຫຍັງໃສ່ເຂົ້າໄປໃນຊີວິດຂອງເຈົ້າ? ເອົາລະວັນນີ້ຂ້ອຍຢາກຈະໃຫ້ທ່ານເອົາສີ່ງຂອງໃສ່ກະເປົາເປ້ໃໜ່ ຄົນທີ່ທ່ານຮັກ, ເພື່ອນຂອງເພື່ອນ, ຄົນໃນອອຟຟິດຊື່ງເປັນຄົນທີ່ເຈົ້າເຊື່ອໃຈທີ່ເຈົ້າສາມາດມອບຄວາມຮັກໃຫ້ໄດ້, ປ້າຂອງເຈົ້າ, ລຸງຂອງເຈົ້າ ແລະ ສຸຸດທ້າຍເມຍແລະລູກໆຂອງເຈົ້າ, ແຟນໜຸ່ມຂອງເຈົ້າ ຫລື ແຟນສາວຂອງເຈົ້າຈັບພວກເຂົາໃສ່ກະເປົາໄວ້ບໍ່ຕ້ອງກັງວົນດ໋ອກວ່າຈະຈູດໄຟເຜົາມັນ ຈົນກະທັ້ງຮັບນໍ້າໜັກຂອງມັນ. ຢ່າເຮັດຜິດພາດຄວາມສຳພັນຂອງເຈົ້າແມ່ນສີ່ງທີ່ສຳຄັນທີ່ສຸດໃນຊີວິດຂອງເຈົ້າ. ຮູ້ສຶກສາຍທີ່ຮັດບ່າໄຫລ່ຂອງເຈົ້າຫລືບໍ່ໃນຕອນນີ້, ທັ້ງການຕໍ່ລອງກັນແລະ ການໂຕ້ຖຽງກັນ ຄວາມຮັກແລະ ການຍິນຍອມ ເຈົ້າບໍ່ຕ້ອງແບກນໍ້າໜັກທັ້ງໜົດດອກເດີ, ເປັນຫຍັງເຈົ້າບໍ່ວາງກະເປົາລົງ. ສັດບາງປະເພດເກີດມາເພື່ອເພີ່ງພາກັນ ແລະ ກັນ. ມີຄູ່ພຽງຄັ້ງດຽວ ເຊັ່ນຕົວຢ່າງ ພວກປາດາວ, ຫົງທີ່ມີຄ່ດຽວ. ຍີ່ງເຮົາເຄື່ອນໄຫວຊ້າ ເຮົາຈະຍີ່ງຕາຍໄວ ເຮົາບໍ່ແມ່ນຫົງ ແຕ່ເຮົາເປັນສະຫລາມ. ມີຄຳກ່າວໄວ້ວ່າ… ບໍ່ຟັງ…ສູ້ຟັງບໍ່ໄດ້ ຟັງ…ສູ້ເຫັນບໍ່ໄດ້ ເຫັນ…ສູ້ຮູ້ບໍ່ໄດ້ ຮູ້…ສູ້ປະຕິບັດບໍ່ໄດ້ ຮຽນຮູ້…ຈົນສາມາດນຳໄປປະຕິບັດໄດ້ຈິງ ຈະຖືວ່າ…ຈົບຫລັກສູດ ຖ້າບໍ່ພົບກັບຄວາມທຸກຍາກ…ກໍ່ບໍ່ໄດ້ສີ່ງໃດມາ ຢືນຕາຍ…ຢູ່ເທີງເກີບຂອງຕົວເອງ ດີກ່ວາ..ຊີວິດຢູ່ດ້ວຍການຄຸເຂົ່າ ອ່ອນຫລາຍ…ມັກຖຶກຂົ່ມ ແຂງຫລາຍ…ມັກຖຶກໂຄ້ນລົ້ມ ຄົນເກັ່ງຄົນນື່ງ…ຍັງມີຄົນຊ່ວຍຢ່າງນ້ອຍ…ສາມຄົນ ສູ້ສູ້!!! ເປັນກຳລັງໃຈໃຫ້ເຈົ້າສະເໜີ ຢາກໃຫ້ເຈົ້າປະສົບຄວາມສຳເລັດໃນຊີວິດ

ຢ່າທໍ້ເດີ

ຄົນທີ່ປະສົບຄວາມສໍາເລັດໃນຊີວິດບໍ່ຈໍາເປັນຕ້ອງເກັ່ງທີ່ສຸດເໜືອກ່ວາຄົນອື່ນແມ່ນບໍ່? ບາງຄົນຈົບ ປ.5 ຍັງລວຍກວ່າຄົນຈົບປະລິນຍາເອກກໍ່ມີ ແມ່ນບໍ່? ດັ່ງນັ້ນ ບໍ່ຕ້ອງໄກຄຽດ ຊີລຽດ ຫຍັງຫລາຍດອກເດີ ການໄດ້ທໍາໃນສີ່ງທີ່ຕົວເອງຮັກ ນັ້ນຄືຄວາມສຸກ ແລະ ຄວາມສໍາເລັດຂອງຊີວິດໃນລະດັບນື່ງແລ້ວ ໃຜຈະໄປຮູ້ໄດ້ ອານາຄົດອາດຈະປະສົບຄວາມສໍາເລັດສູງກວ່າຄົນທີ່ເກັ່ງກວ່າຕອນນີ້ກໍ່ໄດ້ ແມ່ນຫລືບໍ່? ສູ້ ສູ້…

ຂໍພະລັງແດ່

ສໍາຄັນທີ່ທີ່ສຸດຄື ຮັກສາພະລັງໃຈຂອງເຮົາເອົາໄວ້ ຊອກຫາວິທີການສ້າງລາຍໄດ້ເພີ້ມ ລົດພາວະລາຍຈ່າຍທີ່ບໍ່ຈໍາເປັນອອກໃຫ້ຫມົດ ໃຊ້ຊີວິດແບບລຽບງ່າຍ ເມື່ອພະຍຸຜົນຜ່ານໄປ ທ້ອງຟ້າທີ່ສົດໃສກໍ່ຈະຕາມມາ ຂໍເປັນກໍາລັງໃຈໃຫ້ເຈົ້າ ກ້າວຂ້າມຊ່ວງເວລາທີ່ທ້າທາຍນີ້ໄປໃຫ້ໄດ້ໂດຍໄວເດີ ສູ້ສູ້….

ເຮັດແນວໃດ ບໍ່ໃຫ້ຍັກໃນຕົວເຮົາລົດລົງ

ນໍ້າມີຂື້ນ ກໍ່ມີລົງ ອີ່ມແລ້ວ ດຽວກໍ່ຫີວອີກ ອາບນໍ້າສະອາດ ດຽວກໍ່ເປື່ອນອີກ ມີພະລັງຫລາຍ ດຽວກໍ່ຫ່ຽວລົງ ມັນເປັນທໍາມະດາຢ່າງນັ້ນເອງ ເມື່ອໃດຫີວ ກໍ່ກິນໃໜ່ ເມື່ອໃດເປື້ອນເປີະ ກໍ່ທໍາຄວາມສະອາດໃໜ່ ເມື່ອໃດໜົດພະລັງ ກໍ່ຊາດຣແບຕໃໜ່ ນີ້ແຫລະຄື ຊີວິດ ທີ່ແທ້ຈິງ!!!!! ເວລາໜົດພະລັງ ໃຫ້ກັບໄປຫາແຮງບັນດານໃຈຂອງເຮົາອີກຄັ້ງ ທີ່ເຮົາລຸກຂື້ນສູ້ ເຮົາຢືນຢັດ ເຮົາຟັນຝ່າບັນຫາອຸປະສັກຕ່າງໆມາໄດ້ນັ້ນ ເຮົາທໍາເພື່ອໃຜ ຫລື ເຮົາທໍາເພື່ອຫຍັງ? ຮັກແພງ ສູ້ສູ້!!!! ເຈົ້າທໍາໄດ້ແນ່ນອນ

ຂາດກໍາລັງໃຈຈະເຮັດແນວໃດດີ

ກໍ່ຂໍໃຫ້ປ່ຽນມູມມອງໃໜ່ ເພາະທຳງານແລ້ວຈິດຕົກຈະມີປະໂຫຍດຫຍັງ ຊີວິດກໍ່ຈະມີແຕ່ເຊັງໆ ຊັງກະຕາຍຢູ່ໄປວັນໆ ຢາກໃຫ້ຊີວິດຕົວເອງເປັນແບບນີ້ບໍ່? ເປັນຫຍັງບໍ່ລອງເບີ່ງດ້ານດີຂອງຊີວິດແດ່ ຈະບໍ່ມີຫຍັງດີຈັກຢ່າງບໍ່? ສຸກຫລືທຸກຢູ່ທີ່ຄວາມຄິດ ຄິດຖຶກ ກໍ່ເປັນສຸກ ຄິດຜິດ ກໍ່ເປັນທຸກ ຖ້າມີເທວະດາຖາມເຈົ້າວ່າ ເຈົ້າຢາກເຈີບັນຫາທີ່ເຈົ້າເຈີຢູ່ລະດັບນີ້ ຫລື ຢາກເຈີບັນຫາແຍ້ກວ່ານີ້ ເຈົ້າຈະເລືອກແບບໃດ? ສູ້ສູ້!!! ເຈົ້າທຳໄດ້ແນ່ນອນ

วันศุกร์ที่ 9 กันยายน พ.ศ. 2554

ນຳມາຝາກ…ລົ້ມແລ້ວຕ້ອງລຸກ. ບໍ່ໄດ້…ຕ້ອງໄດ້

ສີ່ງດຽວທີ່ພວກເຂົາທຳບໍ່ໄດ້…ການຍອມແພ້ ຊາຍຄົນໜື່ງຫາຈະມາເວົ້າ….ໄດ້ຕອນອາຍຸ 4ປີ ຊາຍຄົນນັ້ນ…ຫາກໍ່ມາອ່ານໜັ່ງສືອອກຕອນອາຍຸ 8 ປີ ຊາຍຄົນນັ້ນ….ເຄີຍຖຶກໄລ່ອອກຈາກໂຮງຮຽນ ຊາຍຄົນນັ້ນ….ເຄີຍຖຶກປະຕິເສດຈາກໂຮງຮຽນ ອະຊີວະຊູລິກ ຊາຍຄົນນັ້ນ…ເຄີຍຖຶກອາຈານລະບຸວ່າ ສະຫມອງຊ້າ ບໍ່ມັກສັງຄົມ ແລະລ່ອງລອຍຢູ່ໃນຄວາມຝັນອັນໂງ່ຈ້າຂອງຕົວເອງມາຕະຫລອດເວລາ ຊາຍຄົນນັ້ນ….ຊື່ ອັລເບິຣຕ ໄອສໄຕນ ເຈົ້າຂອງລາງວັນໂນເບລສາຂາຟີຊິກບິດາ ແຫ່ງປລາມານ