
ມະຫາວິທະຍາໄລນັ້ນສອນເລື້ອງ ທຳມາຫາກິນ ແຕ່ວິທະຊາໄລ ສອນເລື້ອງທຳມາຫາທຳ ຖ້າມີທຳແລ້ວມັນກໍ່ໄດ້ກິນເອງ ນີ້ຄືພາລະກິດຫລັກຂອງມະນຸດຊາດເຮົາ
วันอังคารที่ 22 เมษายน พ.ศ. 2557
ພຣະພຸດທະເຈົ້າຄິດຫາຫົນທາງຕັດສະລູ້ດ້ວຍພະອົງເອງໄດ້ສຳເລັດ
•
: ການປະຕິບັດ ຕາມທາງສາຍກາງຄື ຫົນທາງແຫ່ງການຕັດສະລູ້ ບັນລຸພຣະໂພທິຍານ ບຳພຽນຈິດຕາມທາງສາຍກາງ
• ພຣະພຸດທະເຈົ້າກ່າວວ່າ: ຄົນໃນໂລກນີ້ມີຫລາຍຈຳພວກ ພວກທີ່ສະຫລຽວສະຫລາດ ຟັງທັມກໍ່ເກີດມີຄວາມເຂົ້າໃຈໄດ້ໃນເວລາອັນວ່ອງໄວ ປຽບສະເຫມືອນດອກບົວທີ່ຢູ່ພົ້ນນໍ້າ ເມື່ອຕ້ອງແສງອາທິດກໍ່ເບີ່ງບານທັນທີ.
• ພວກທີ່ມີສະຕິປັນຍາປານກາງ ເມື່ອຟັງທັມ ແລະໄດ້ຮັບການຝຶກຝົນ ເພີ້ມເຕີມ ກໍ່ສາມາດຮູ້ແລະເຂົ້າໃຈໄດ້ໃນເວລາອັນບໍ່ເຫີງນານ ປຽບສະເຫມືອນດອກບົວທີ່ຢູ່ຕິດນໍ້າ ຊື່ງຈະບານໃນວັນທັດໄປ
• ພວກທີ່ມີສະຕິປັນຍານ້ອຍ ເມື່ອຟັງທັມ ແລະໄດ້ຮັບການອົບຮົມຝຶກຝົນຢູ່ສະເຫມີ ມີຄວາມພຽນມີສັດທາ ໃນທີ່ສຸດ ສາມາດຮູ້ ແລະເຂົ້າໃຈໄດ້ ປຽບສະເຫມືອນດອກບົວທີ່ຢູ່ໃຕ້ນໍ້າ ເຊີ່ງຈະຄ່ອຍໆພົ້ນນໍ້າ ແລ້ວສາມາດບານໄດ້ໃນທີ່ສຸດ
• ພວກສຸດທ້າຍ ແມ້ຟັງທັມເທົ່າໃດ ກໍ່ບໍ່ອາດເຂົ້າໃຈຄວາມໜາຍ ຫລືຮູ້ຕາມໄດ້ ແຕ່ກໍ່ເປັນປັນໃຈໃຫ້ບັນລຸທັມໃນພົບຕໍ່ໆໄປ ປ່ຽບສະເຫມືອນດອກບົວ ທີ່ຕົກຢູ່ໃນໂຄນຕົມ ມີແຕ່ຈະຕົກເປັນອາຫານຂອງເຕົາ ປາ ບໍ່ມີໂອກາດພົ້ນນໍ້າ ເພື່ອເບງບານ ເມື່ອເປັນຢ່າງນີ້ແລ້ວ ເຮົາຈະຮັກສາຊີວິດໄວ້ເພື່ອເຜີຍແຜ່ ພຣະທັມສັ່ງສອນມວນມະນຸດ ຈົນກວ່າພຣະພຸດທະສາດສະໜາ ແຜ່ຫລາຍໜັ້ນຄົງ ເພື່ອປະໂຫຍດສຸດແກ່ມວນມະນຸດ

สมัครสมาชิก:
ส่งความคิดเห็น (Atom)
ไม่มีความคิดเห็น:
แสดงความคิดเห็น