
ມະຫາວິທະຍາໄລນັ້ນສອນເລື້ອງ ທຳມາຫາກິນ ແຕ່ວິທະຊາໄລ ສອນເລື້ອງທຳມາຫາທຳ ຖ້າມີທຳແລ້ວມັນກໍ່ໄດ້ກິນເອງ ນີ້ຄືພາລະກິດຫລັກຂອງມະນຸດຊາດເຮົາ
วันอังคารที่ 22 เมษายน พ.ศ. 2557
ພຣະພຸດທະເຈົ້າສອນທັມະແກ່ປັນຈະວັກຄີທັ້ງ 5
• ພຣະພຸດທະເຈົ້າສອນທັມະແກ່ປັນຈະວັກຄີທັ້ງ 5: ຈົ່ງຕັ້ງໃຈຮັບຟັງເທີດ ຖ້າປະຕິບັດຕາມ ບໍ່ນານພວກທ່ານຈະໄດ້ບັນລຸທັມ ການພົວພັນດ້ວຍຄວາມສຸກໃນກາມ ການທໍລະມານຕົນໃຫ້ລໍ້າບາກທຸກຢາກ ເປັນສີ່ງທີ່ບັນພຣະສິດບໍ່ຄວນທັມ ບໍ່ແມ່ນຫົນທາງແຫ່ງການຕັດສະລູ້ ທາງດຳເນີນສາຍກາງຄື ມັກ ມີ ອົງ ແປດ ເປັນໄປເພື່ອພຣະນິພານ. ອະລິຍະສັດ ຄືຄວາມເປັນຈິງອັນປະເສີດ 4 ປະການ ໄດ້ແກ່ ທຸກ ພຽງແຕ່ບໍ່ສະບາຍກາຍ ບໍ່ສະບາຍໃຈຄວນກຳນົດຮູ້ ສະມຸໄທ ຄືຄວາມຢາກອັນເປັນເຫດຂອງທຸກ ຄວນລະ ນິໂລດ ຄືຄວາມດັບທຸກ ຄວນທັມໃຫ້ແຈ້ງ ແລະ ມັກ ຄື ຂໍ້ປະຕິບັດໃຫ້ເຖີງຄວາມດັບທຸກ ຄວນທໍາໃຫ້ເກີດຂື້ນ ເມື່ອພຣະພຸຸດທະອົງໄດ້ແດງ ປະຖົມມະເທດສະໜາ ພຣະໂຄນທັນຍະ ໄດ້ດວງຕາເຫັນທັມ ສຳເລັດເປັນພຣະອໍລະຫັນ ເປັນຄົນທັມອິດ ຂ້າພະອົງ ຂ້າບັນພຣະຊາ ເປັນພຣະພິກສຸ ໃນພຣະພຸດທະສາດສະໜາ ຈົ່ງປະພຶດພົມມະຈັນ
• ຂັນຫາໄດ້ແກ່ ຮູບ ຄືຮ່າງກາຍ ເວດທະນາ ຄືຄວາມຮູ້ສຶກສຸກ ທຸກ ສັນຍາ ຄືຄວາມຈຳໜັ້ນໜາຍ ສັງຂານ ຄືຄວາມຄິດປຸກແຕ່ງ ວິນຍານ ຄືຄວາມຮູ້ອາລົມຕ່າງໆ ສີ່ງເຫລົ່ານີ້ ບໍ່ແມ່ນເຮົາ ບໍ່ແມ່ນເຂົາ ບໍ່ແມ່ນຂອງເຮົາ ບໍ່ແມ່ນຂອງເຮົາ ບໍ່ແມ່ນຕົວຕົນຂອງເຮົາ ບໍ່ແມ່ນຕົວຕົນຂອງເຂົາ ສີ່ງເຫລົ່ານີ້ ບໍ່ທ່ຽງ ມີການເກີດຂື້ນ ຕັ້ງຢູ່ ແລະດັບໄປເປັນທໍາມະດາ ຫລັງຈາກຟັງພຣະເທດສະໜາ ປັນຈະວັກຄືກໍ່ໄດ້ບັນລຸເປັນພຣະອໍລະຫັນ.

สมัครสมาชิก:
ส่งความคิดเห็น (Atom)
ไม่มีความคิดเห็น:
แสดงความคิดเห็น