วันอังคารที่ 22 เมษายน พ.ศ. 2557

ທານ ຄືການອົບຮົມຈິດ

• ພຣະເຈົ້າສະແດງທັມ ທານ ຄືການອົບຮົມຈິດ ຮູ້ຈັກການໃຫ້ ໃຫ້ຮູ້ຈັກການສະຫລະ, ສີນ ຄືການອົບຮົມຈິດ ຕັ້ງຢູ່ໃນກຸສົນລະທັມທັ້ງປວງ ສະຫວັນ ຄື ຜົນຂອງຈິດ ທີ່ຕັ້ງຢູ່ໃນກຸສົນລະທັມ ໂທດຂອງກາມະລົມ ຄືຈິດທີ່ຍັງຮ້ອນຮົນສະແຫວງຫາ ເພາະການຢຶດໜັ້ນຢູ່ໃນຂັນຫ້າ ອານຸສົງໃນການອອກບວດຄື ທຸກນີ້ຈະດັບໄປ ທຸກອື່ນຈະບໍ່ເກີດຂື້ນ ຈາກນັ້ນຍະສະ ກໍ່ກາຍເປັນພຣະໂສດາບັນ.gFCiPfnRM/U1dhMseOumI/AAAAAAAABRw/Lbd3wbs4QTs/s320/3.jpg" />

ພຣະພຸດທະເຈົ້າສອນທັມະແກ່ປັນຈະວັກຄີທັ້ງ 5

• ພຣະພຸດທະເຈົ້າສອນທັມະແກ່ປັນຈະວັກຄີທັ້ງ 5: ຈົ່ງຕັ້ງໃຈຮັບຟັງເທີດ ຖ້າປະຕິບັດຕາມ ບໍ່ນານພວກທ່ານຈະໄດ້ບັນລຸທັມ ການພົວພັນດ້ວຍຄວາມສຸກໃນກາມ ການທໍລະມານຕົນໃຫ້ລໍ້າບາກທຸກຢາກ ເປັນສີ່ງທີ່ບັນພຣະສິດບໍ່ຄວນທັມ ບໍ່ແມ່ນຫົນທາງແຫ່ງການຕັດສະລູ້ ທາງດຳເນີນສາຍກາງຄື ມັກ ມີ ອົງ ແປດ ເປັນໄປເພື່ອພຣະນິພານ. ອະລິຍະສັດ ຄືຄວາມເປັນຈິງອັນປະເສີດ 4 ປະການ ໄດ້ແກ່ ທຸກ ພຽງແຕ່ບໍ່ສະບາຍກາຍ ບໍ່ສະບາຍໃຈຄວນກຳນົດຮູ້ ສະມຸໄທ ຄືຄວາມຢາກອັນເປັນເຫດຂອງທຸກ ຄວນລະ ນິໂລດ ຄືຄວາມດັບທຸກ ຄວນທັມໃຫ້ແຈ້ງ ແລະ ມັກ ຄື ຂໍ້ປະຕິບັດໃຫ້ເຖີງຄວາມດັບທຸກ ຄວນທໍາໃຫ້ເກີດຂື້ນ ເມື່ອພຣະພຸຸດທະອົງໄດ້ແດງ ປະຖົມມະເທດສະໜາ ພຣະໂຄນທັນຍະ ໄດ້ດວງຕາເຫັນທັມ ສຳເລັດເປັນພຣະອໍລະຫັນ ເປັນຄົນທັມອິດ ຂ້າພະອົງ ຂ້າບັນພຣະຊາ ເປັນພຣະພິກສຸ ໃນພຣະພຸດທະສາດສະໜາ ຈົ່ງປະພຶດພົມມະຈັນ • ຂັນຫາໄດ້ແກ່ ຮູບ ຄືຮ່າງກາຍ ເວດທະນາ ຄືຄວາມຮູ້ສຶກສຸກ ທຸກ ສັນຍາ ຄືຄວາມຈຳໜັ້ນໜາຍ ສັງຂານ ຄືຄວາມຄິດປຸກແຕ່ງ ວິນຍານ ຄືຄວາມຮູ້ອາລົມຕ່າງໆ ສີ່ງເຫລົ່ານີ້ ບໍ່ແມ່ນເຮົາ ບໍ່ແມ່ນເຂົາ ບໍ່ແມ່ນຂອງເຮົາ ບໍ່ແມ່ນຂອງເຮົາ ບໍ່ແມ່ນຕົວຕົນຂອງເຮົາ ບໍ່ແມ່ນຕົວຕົນຂອງເຂົາ ສີ່ງເຫລົ່ານີ້ ບໍ່ທ່ຽງ ມີການເກີດຂື້ນ ຕັ້ງຢູ່ ແລະດັບໄປເປັນທໍາມະດາ ຫລັງຈາກຟັງພຣະເທດສະໜາ ປັນຈະວັກຄືກໍ່ໄດ້ບັນລຸເປັນພຣະອໍລະຫັນ.

ພຣະພຸດທະເຈົ້າຄິດຫາຫົນທາງຕັດສະລູ້ດ້ວຍພະອົງເອງໄດ້ສຳເລັດ

: ການປະຕິບັດ ຕາມທາງສາຍກາງຄື ຫົນທາງແຫ່ງການຕັດສະລູ້ ບັນລຸພຣະໂພທິຍານ ບຳພຽນຈິດຕາມທາງສາຍກາງ • ພຣະພຸດທະເຈົ້າກ່າວວ່າ: ຄົນໃນໂລກນີ້ມີຫລາຍຈຳພວກ ພວກທີ່ສະຫລຽວສະຫລາດ ຟັງທັມກໍ່ເກີດມີຄວາມເຂົ້າໃຈໄດ້ໃນເວລາອັນວ່ອງໄວ ປຽບສະເຫມືອນດອກບົວທີ່ຢູ່ພົ້ນນໍ້າ ເມື່ອຕ້ອງແສງອາທິດກໍ່ເບີ່ງບານທັນທີ. • ພວກທີ່ມີສະຕິປັນຍາປານກາງ ເມື່ອຟັງທັມ ແລະໄດ້ຮັບການຝຶກຝົນ ເພີ້ມເຕີມ ກໍ່ສາມາດຮູ້ແລະເຂົ້າໃຈໄດ້ໃນເວລາອັນບໍ່ເຫີງນານ ປຽບສະເຫມືອນດອກບົວທີ່ຢູ່ຕິດນໍ້າ ຊື່ງຈະບານໃນວັນທັດໄປ • ພວກທີ່ມີສະຕິປັນຍານ້ອຍ ເມື່ອຟັງທັມ ແລະໄດ້ຮັບການອົບຮົມຝຶກຝົນຢູ່ສະເຫມີ ມີຄວາມພຽນມີສັດທາ ໃນທີ່ສຸດ ສາມາດຮູ້ ແລະເຂົ້າໃຈໄດ້ ປຽບສະເຫມືອນດອກບົວທີ່ຢູ່ໃຕ້ນໍ້າ ເຊີ່ງຈະຄ່ອຍໆພົ້ນນໍ້າ ແລ້ວສາມາດບານໄດ້ໃນທີ່ສຸດ • ພວກສຸດທ້າຍ ແມ້ຟັງທັມເທົ່າໃດ ກໍ່ບໍ່ອາດເຂົ້າໃຈຄວາມໜາຍ ຫລືຮູ້ຕາມໄດ້ ແຕ່ກໍ່ເປັນປັນໃຈໃຫ້ບັນລຸທັມໃນພົບຕໍ່ໆໄປ ປ່ຽບສະເຫມືອນດອກບົວ ທີ່ຕົກຢູ່ໃນໂຄນຕົມ ມີແຕ່ຈະຕົກເປັນອາຫານຂອງເຕົາ ປາ ບໍ່ມີໂອກາດພົ້ນນໍ້າ ເພື່ອເບງບານ ເມື່ອເປັນຢ່າງນີ້ແລ້ວ ເຮົາຈະຮັກສາຊີວິດໄວ້ເພື່ອເຜີຍແຜ່ ພຣະທັມສັ່ງສອນມວນມະນຸດ ຈົນກວ່າພຣະພຸດທະສາດສະໜາ ແຜ່ຫລາຍໜັ້ນຄົງ ເພື່ອປະໂຫຍດສຸດແກ່ມວນມະນຸດ

ຄວາມຈິງຂອງມະນຸດຄື

ເປັນຫຍັງຄົນເຮົາຈິ່ງແກ່?ຄົນຊະລາ ຄົນເຮົາເມື່ອມີຊີວິດນານໆເຂົ້າກໍ່ເປັນແບບນີ້ທຸກຄົນແຫລະ ທຸກຄົນຕ້ອງມີສະພາບເປັນແບບນີ້ • ເປັນຫຍັງຄົນເຮົາບໍ່ສະບາຍ?: ຄວາມເຈັບປ່ວຍເປັນຂອງທໍາມະດາ ຄົນເຮົາທຸກຄົນມີການເຈັບໄຂ້ໄດ້ປ່ວຍ ບໍ່ສະບາຍກັນທັ້ງນັ້ນແຫລະ • ເປັນຫຍັງຄົນຈິ່ງຕາຍ?ເປັນຫຍັງຄົນເຮົາຈິ່ງຕ້ອງຕາຍ? ຖຶກຕ້ອງແລ້ວ ບໍ່ມີໃຜສາມາດໜີຄວາມຕາຍໄດ້ພົ້ນ ແມ້ແຕ່ພຣະເຈົ້າ ຫລື ຂ້າພະເຈົ້າກໍ່ເຫມືອນກັນ. • ຜູ້ນັ້ນແມ່ນໃຜ? ຜູ້ນັ້ນຄືບັນພະສິດ ພຣະສົງທີ່ກໍາລັງສະມາທິຢູ່ກ້ອງຕົ້ນ. ໂອ້ ນັ້ນຊ່າງເບີ່ງສະຫງົບ ເຢືອກເຢັນຈິງໆ ກິລິຍາສັງລວມ ໜ້າເຫລືອມໃສຈິງໆ

วันอังคารที่ 18 กันยายน พ.ศ. 2555

ເລື້ອງສະໜຸນໄພໄວ້ໃຈໜໍເສັງ


  ຖ້າເຈົ້າເປັນຜູ້ຍິງເຈົ້າຍັງບໍ່ທັນຮູ້ວິທີການທີ່ຈະໃຫ້ຕົວເອງສວຍຂື້ນພາຍໃນເຈັດວັນປຶກສາຂ້ອຍ
-    ວິທີການທີ່ຈະໃຫ້ຕົວເອງມີສະເໜ່ພາຍໃນເຈັດວັນ ປຶກສາຂ້ອຍຟຣີ 22380244
-    ຖ້າຕ້ອງການສວຍ ມີສະເໜ່ ຜົວຮັກຜົວຫລົງພາຍໃນເຈັດວັນໂທຫາຂ້ອຍ 22380244
-    ວິທີການເຮັດໃຫ້ເມຍຮັກເມຍຫລັງ ນົກເຂົາແຂງແຮງ ແຂງທົນຖີ່ ພາຍໃນເຈັດວັນ ໄດ້ແນວໃດປຶກສາຂ້ອຍຟຣີ 22380244
    ວິທີການມົດລູກຍົກບໍ່ຕົກຂາວສາວໜ້າໃສນອກໃນກະຊັບພາຍໃນເຈັດວັນເຮັດແນວໃດປຶກສາຟຣີ
-    ວິທີການເຮັດໃຫ້ຕົວເອງບໍ່ມີກີ່ນໃຕ້ຮົ່ມຜ້າ ກີ່ນປາກ ກີ່ນຕົວ ປາກຫອມເຮັດແນວໃດ
-    ວິທີການເຮັດໃຫ້ໜ້າຂາວຂື້ນພາຍໃນເຈັດວັນເຮັດແນວໃດ ໂທຫາຂ້ອຍຟຣີ
-    ວິທີການປົກປ້ອງບໍໃຫ້ເກີດພະຍາດ ອາຍຸຢືນຍາວເຮັດແນວໃດປີຶກສາຂ້ອຍຟຣີ 

วันศุกร์ที่ 17 สิงหาคม พ.ศ. 2555

ເຕີມພະລັງ...ເຕີມໄຟ ໄລ່ລ່າ...ຫາຄວາມສຳເລັດ


ສໍາລັບຄົນຄິດໃຫຍ່ ຝັນໃຫຍ່ ກ້າທີ່ຈະເຮັດສີ່ງທີ່ຍີ່ງໃຫຍ່ແລະຖຶກຕ້ອງ
ພັດທະນາຊີວິດ ພິິຊິດໄຊຊະນະ
ເສຍດາຍທີ່ຄົນຕາຍບໍ່ໄດ້ອ່ານ
ເຕີມພະລັງ...ເຕີມໄຟ
ໄລ່ລ່າ...ຫາຄວາມສໍາເລັດ
ຄວາມສໍາເລັດເກີດຈາກນື່ງສະໜອງ...ສອງມືຂອງເຮົາເອງ
ຖ້າກ້າປ່ຽນຄວາມຄິດ ...ຊີວິດເຮົາປ່ຽນ
ປ່ຽນວິກິດ...ໃຫ້ເປັນໂອກາດ
ປ່ຽນຄວາມຫລົ້ມເຫລວ...ໃຫ້ເປັນຄວາມສໍາເລັດ
ຂຽນດ້ວຍສໍານວນ ແລະ ການສື່ສານທີ່ງ່າຍ
ແຕ່ສາມາດປ່ຽນແປງຊີວິດຜູ້ຄົນ...ທີ່ມີແຮງບັນດານໃຈແລະມີຄວາມເຊື່ອໜັ້ນຕົວເອງ
ຈາກຄົນທໍ້ແທ້ສີ້ນຫວັງ ຄິດນ້ອຍ ຂາດກໍາລັງໃຈ
ກັບກາຍເປັນຄົນທີ່ມີພະລັງໃຈ ແລະ ວິໄສທັດ ກ້ວາງໄກ
ເປັນໜັ່ງສືທີ່ບໍ່ຄວນພາດການອ່ານ...


ກົດທີ່1: ເຮົາກໍາລັງຈະຕາຍຮີບຟ້າວລົງມືໄດ້ແລ້ວ

   ຂ້ອຍມີຂ່າວດີ ແລະ ຂ່າວຮ້າຍຈະບອກວ່າ ຂ່າວຮ້າຍກໍ່ຄືເຮົາກໍາລັງຈະຕາຍນີ້ເປັນເລື່ອງຈິງຂ້ອຍໄດ້ກວດສອບຄັ້ງແລ້ວຄັ້ງແລ້ວແລະສາມາດຢືນຢັນໄດ້ແຕ່ກະບໍ່ຮູ້ຈະໃຊ້ຄຳແນວໃດດີໃຫ້ຟັງດີກວ່ານີ້ນອກຈາກຈະບອກວ່າ ເຮົາກໍາລັງຈະຕາຍ. ຄວາມຈິງແລ້ວເລື້ອງນີ້ເຮົາທຸກຄົນຕ່າງກໍ່ຮູ້ດີ ສ່ວນໃຫຍ່ເຮົາບໍ່ຄ່ອຍໃສ່ໃຈແນວໃດກໍ່ຕາມຄວາມຈິງກໍ່ຄືຄວາມຈິງ ແລ້ວເຮົາຈະສ້າງຫຍັງໄວ້ໃນໂລກໃບນີ້ໄວເປັນທີ່ຈົດຈໍາ.ເຮົາມັກຈະຖາມເອງວ່າເຮົາອາຍຸເທົ່າໃດ ແລະ ເຮົາຢູ່ໄດ້ນານຊໍ້າໃດ ເຮົາໄດ້ໃຫ້ເວລາມັນຜ່ານໄປເລື້ອຍ ຊື່ງເຮົາບໍ່ຮູ້ຕົວເອງວ່າກໍາລັງແກ່ລົງທຸກວັນໆ ເມື່ອເຮົາຮູ້ຕົວແລ້ວ ກ່ອນຈະຕາຍເຮົາຈະເຮັດໃຫ້ເພື່ອຕົວເອງແລະເພື່ອຜູ້ອື່ນແດ່. ເພາະກໍ່ຮູ້ດີວ່າເຮົາທຸກຄົນຕ້ອງໄປນອນໃນໂລງຫລືບໍ່ກໍ່ກາຍເປັນເຖົ່າຖ່ານ ຢ້ານແລ້ວແມ່ນບໍ່.
ຍ່ີ່ງກວ່າໄປກວ່ານັ້ນເມື່ອເຮົາຕາຍໄປແລ້ວກົດຂໍ້ນີ້ຍັງໃຊ້ໄດ້ກັບຄົນລຸ້ນຕໍ່ໆໄປ. ຊີວິດເຮົາປຽບເໜືອນເປົາເຂົ້າສານເລີ້ມເຈາະໃຊ້ເປາະແລ້ວກໍ່ໜົດໄປເທື່ອລະໜ້ອຍ. ພວກເຮົາມີເວລາເຫລືອ 70 ຫລື 80 ປິເຊັ່ນກັນ. ກົດຂໍ້ນີ້ເປັນກົດທີ່ສໍາຄັນທີ່ພວກເຮົາຄວນຄໍານື່ງເຖີງກ່ອນອື່ນໜົດ ຂ້ອຍຈິງນໍາມາເປັນກົດຂໍ້ທໍາອິດທີ່ຈະນໍາທ່ານໄປສູ່ຄວາມສໍາເລັດແລະຄວາມສຸກຂອງຊີວິດ.
ແລະຂ່າວດີກໍ່ຄືເຖີງຈະມີຫຍັງເກີດຂື້ນກໍ່ຕາມຊີວິດເຮົາຍ່ອມມີຄຸນຄ່າແລະມີຄວາມໜາຍ.ແລະເຖີງແມ້ວ່າເຮົາກໍາລັງຈະຕາຍເຫລືອເວລາບໍ່ເຫີງນານແຕ່ສຳລັບຊ່ວງເວລາທີ່ເຫລືອຢູ່ນີ້ຍັງສາມາດເລີ້ມໃຊ້ຊີວິດຢ່າງຈິງຈັງ ບັນດາແຜນການທັ້ງຫລາຍທີ່ເຈົ້າເກັບໄວ້ໃນລີ້ນຊັກ ໂຄງການທີ່ຍີ່ງໃຫຍ່ທີ່ເຈົ້າຈະທໍສ ເມື່ອເຖີງເວລາອັນເໜາະສົມຕ້ອງນໍາມາປັດຝຸ່ນກັນໄດ້ແລ້ວ ເຈົ້າຕ້ອງຫຍັງໃນຊີວິດແທ້  ຢາກຈະມີຫຍັງ ຢາກຈະເຮັດຫຍັງ ລົງມືທໍາມັນໄດ້ແລ້ວ ແລະຕ້ອງເຮັດດຽວນີ້ ນາທີ່ນີ້ຢ່າງຟ້າວຟັງແລະວ່ອງໄວ ຊີວິດເຈົ້າຄືລະຄອນເຈົ້າກໍາລັບການສະແດງເອງ ນິຍາຍເລື້ອງໃດທີ່ເຈົ້າຢາກຂຽນ ສະຖານທີ່ໃດທີ່ເຈົ້າຢາກຈະໄປ ຊ່ອງທາງອາຊີບໃດທີ່ເຈົ້າມອງເຫັນ ຄວາມສຸກແບບໃດທີ່ເຈົ້າຢາກມີ ຄວາມຝັນຂອງເຈົ້າທີ່ເຈົ້າຝັນໄວ້ ຄວາມສໍາເລັດທີ່ເຈົ້າຢາກໄດ້ ທຸກສີ່ງທຸກຢ່າງທີ່ເຈົ້າຢາກໄດ້ ຂ້ອຍຂໍບອກເຈົ້າຕົງນີ້ເລີຍວ່າ ເຈົ້າທໍາໄດ້ທຸກຢ່າງທີ່ເຈົ້າຢາກຈະທໍາ ເຈົ້າມີໄດ້ທຸກຢ່າງທີ່ເຈົ້າຢາກຈະມີ ເຈົ້າເປັນໄດ້ທຸກຢ່າງທີ່ເຈົ້າຢາກຈະເປັນ ເພາະຊີວິດຂອງເຈົ້າມີຄຸນຄ່າແລະມີຄວາມໜາຍ ເຈົ້າເກີດມາເພື່ອເປັນຜູ້ໃຫ້ ເປັນຜູ້ສອນ ເປັນຜູ້ໃຫ້ອະໄພແກ່ຕົວເອງແລະຄົນອື່ນ. ສິ່ງເຫລົ່ານີ້ເຈົ້າຕ້ອງລົງມືທໍາ ຢ່າລື່ມ ເຮົາກໍາລັງຈະຕາຍ. ເພາະສະນັັ້ນ ເຮົາຢ່າພັດມື້ພັດວັນ ຢ່າລໍຄອຍໂອກາດ ຈົ່ງສ້າງໂອກາດຂອງເຈົ້າຂື້ນມາ. ດັ່ງ ທ່ານໄບຣອັນ ເທຣດຊີ ນັກສ້ງແຮງບັນດານໃຈກ່າວໄວ້ວ່າ ຈົ້າເປັນດັ່ງທີ່ເຈົ້າຄິດຕະຫລອດເວລາ. ຖ້າເຈົ້າລໍຄອຍເວລາອັນເໜາະສົມມາຫາເຈົ້າ ເຈົ້າກໍ່ຈະບໍ່ໄດ້ເຮັດຫຍັງເລີຍ.
ຖ້າເຈົ້າຕ້ອງການຢາກເຮັດຫຍັງກໍ່ຮີບຟ້າວເຮັດຟ້າວທໍາ ກ່ອນທີ່ຈະສວຍເກີນໄປ ເອົາໄວ້ມື້ອື່ນກ່ອນ ເວົ້າແບບນີ້ໄປເລື້ອຍໆ ເພາະບໍ່ມີມື້ອື່ນດ໋ອກ ເມື່ອເຈົ້າຕື່ນຂື້ນມາໃນອີກວັນໃໜ່  ມື້ອື່ນກໍ່ໜີຫາຍໄປແລ້ວ ກາຍເປັນມື້ນີ້ອີກ ແລະຈະປັນແບບນີ້ໄປເລື້ອຍໆ ມື້ອື່ນບໍ່ເຄີຍມີຢູ່ຈິງ ມັນເປັນພຽງຮູບແບບນື່ງຂອງວັນເທົ່ານັ້ນ. ເວລາເປັນສີ່ງທີ່ມີຄ່າສໍາລັບເຮົາ. ພື້ນທີ່ຫວ້າງເປົ່າຈະຍັງເປັນພື້ນທີ່ຫວ້າງເປົ່າຢູ່ຢ່າງນັ້ນແຫລະ. ຖ້າເຮົາບໍ່ລົງມືປູກຫຍັງຈັກຢ່າງ ເຮົາປູກໜາກມ່ວງເຮົາກໍ່ຈະໄດ້ກິນໜາກມ່ວງ ຊີວິດກໍ່ເຊັ່ນກັນ ຖ້າເຈົ້າບໍ່ລົງມືທໍາຫຍັງ ຊີວິດຂອງເຈົ້າຈະເປັນຊີວິດທີ່ຫ້ວາງເປົ່າ ເຈົ້າຢາກຈະສ້າງຫຍັງໄວ້ເທີງໂລກໃບນີ້ ໃຫ້ຄົນແລະລຸ້ນຫລັງໄດ້ຮຽນຮູ້ ແລະ ເປັນທີ່ຈົດຈໍາເປັນຕໍານານ ເພາະເວລາກໍາລັງຜ່ານໄປຢ່າງໄວວາ ດ້ວຍອັດຕາ 60  ວິນາທີຕໍ່ນື່ງນາທີ. ກໍ່ຈະຄ່ອຍໜົດໄປ ເຈົ້າຍັງຈະຄອຍຫຍັງຢູ່ ໂດຍທີ່ເຈົ້າບໍ່ມີຜົນງານຫຍັງໃດໆອອກມສ ວັນດີຄືນດີ ເຈົ້າກໍ່ຈະນຶກເສຍດາຍເວລາທີ່ບໍ່ໄດ້ເຮັດຫຍັງ ມີແນວຄິດດີໆຈົ່ງສະແດງອອກມາ ຈົ່ງສວຍໂອກາດວັນນີ້ເອົາໄວ້. ເມື່ອເຖີງຄາວທີ່ເຈົ້າຈາກໂລກນີ້ໄປ ເຈົ້າຄົງບໍ່ຢາກໃຫ້ຫລຸມຝັງສົບຂອງເຈົ້າມີຄໍາຈາລຶກວ່າ ທ່ານ ນາງ ຊີວິດທີ່່ຜ່ານມາບໍ່ຄ່ອຍເຮັດຫຍັງໄວ້ຫລາຍປານໃດ.
ສະນັ້ນເວລານາທີ ອາຍຸທີ່ບໍ່ເຫລືອຫລາຍ ແລະເກືອບຈະບໍ່ມີຄວາມໜາຍເມື່ອທຽບກັບໄລຍະເວລາຫລາຍລ້ານປີ ນັບຕັ້ງແຕ່ໂລກໜຸນ ກໍ່ໃນເມື່ອເຮົາເຫລືອເວລາພຽງໜ້ອຍດຽວ ຕອນນີ້ເຮົາກໍ່ໜ້າຈະກໍາລັງເຮັດໃນສີ່ງທີ່ຕ້ອງການທໍາ ຢ່າພັດມື້ພັດວັນເລີຍ ເປັນຫຍັງຕ້ອງລໍເວລາອັນເໜາະສົມ ໃນເມື່ອເຈົ້າກໍ່ຮູ້ຢູ່ແລ້ວວ່າລໍຄອຍເທົ່າໃດມັນກະບໍ່ມາ.
ດັ່ງນັ້ນ, ຈົ່ງລະນຶກສະເໜີວ່າ ໄດ້ເວລາເລີ້ມສ້າງຄວາມລໍ້າລວຍ ສ້າງຄຸນງາມຄວາມດີ ສ້າງບຸນກຸສົນຢ່າງຈິງຈັງແລ້ວ ດ້ວຍການຄິດດີ ທໍາດີ ເວົ້າດີ ເມື່ອຄວາມຕາຍມາຮຽກຮ້ອງຫາເຈົ້າ. ເຈົ້າຈະໄດ້ມີສັບສົມບັດຫລວງຫລາຍ ຈົນຜູ້ກວດສອບບັນຊີເທີງສະຫວັນຕົກຕະລຶງ ເຈົ້າຈະປະສົບຄວາມສໍາເລັດຢ່າງຍີ່ງໃຫຍ່ ຈົນໄດ້ຮັບການເຊີດຊູໃນຖານະເປັນບຸກຄົນໂດດເດັ່ນກວ່າໃຜ ເປັນຕົວຢ່າງ ອັນຢອດຢ້ຽມຂອງຜູ້ທີ່ໃຊ້ເວລາວິນາທີໃຫ້ເກີດປະໂຫຍດແລະເປັນແບບຢ່າງທີ່ດີສໍາລັບຄົນລຸ້ນໃໜ່  ແຟ້ມປະຫວັດຂອງເຈົ້າຈະໜາແລະໜັກຈົນວາງເທີງໂຕະບໍ່ໄດ້ ເພາະຕັ່ງຈະຮັກເສຍກ່ອນ ແລະບໍ່ວ່າໃຜມາເຫັນເຂົາກໍ່ຕ້ອງອຸທານວ່າ ເຫລືອເຊື່ອຈິງໆ. ມີຄໍາຖາມວ່າ ເວລາໃດສໍາຄັນທີ່ສຸດ?ກໍ່ເວລາເຈົ້າອ່ານ ເຈົ້າຂຽນສໍາຄັນນີ້ແຫລະສໍາຄັນທີ່ສຸດ. ຄົນໃດສໍາຄັນທີ່ສຸດ? ກໍ່ຄົນທີ່ເຈົ້າພົບປະຕໍ່ໜ້ານີ້ແຫລະ ບໍ່ແມ່ນຄົນທີ່ເຈົ້າໄດ້ພົບມື້ວານນີ້ ຫລືມື້ອື່ນເຊົ້າ ຈົ່ງທໍາໃຫ້ເຂົາປະທັບໃຈ ມີຄວາມສຸກທຸກຄັ້ງທີ່ພົບເຈົ້າ.ແລ້ວງານໃດສໍາຄັນທີ່ສຸດ? ກໍ່ງານທີ່ເຈົ້າກໍາລັງກະທໍານີ້ແຫລະສໍາຄັນທີ່ສຸດ. ຈົ່ງຮັກງານປະຈຸບັນຂອງເຈົ້າ. ຊີວິດກໍ່ເຊັ່ນດຽວກັນ...ຈົ່ງເຕີມເຕັມຊີວິດຂອງເຈົ້າໃຫ້້ເຕີມຊາດຈແບັດເຕີຣີໃຫ້ເຕັມ ນອນໃຫ້ອື່ມຕາ ແລະ ທໍາໃຫ້ດີທີ່ດີສຸດເທົ່າທີ່ເວລາອັນເຫລືອນ້ອຍຂອງເຈົ້າຈໍາອໍານວຍ ຖ້າເຈົ້າອ່ອນເພຍ  ບໍ່ມີແຮງຫີວເຂົ້າ ກໍ່ໄປກິນຊະ ແລ້ວຢືນຂື້ນ ຢຶດເອີກ ແລ້ວເດີນຕໍ່ໄປ ແບບຜູ້ຊະນະ ເຈົ້າຕ້ອງເອົາຊະນະຄວາມຄິດຂອງຕົວເອງໃຫ້ໄດ້ ເຈົ້າຕ້ອງຮັບຜິດຊອບຕໍ່ຊີວິດຂອງຕົວເອງ. ກ້າລົງມືທໍາດຽວນີ້ ຈົ່ງອອກມາ ຕອກຢໍ້າຄວາມໜັ້ນໃຈ 30 ຄັ້ງສະເໜີໃນແຕ່ລະວັນ.ເຊັ່ນ:
ຂ້ອຍມີຄວາມຮັບຜິດຊອບຕໍ່ຊີວິດຕົວເອງ
ຂ້ອຍເກັ່ງທີ່ສຸດ ຂ້ອຍຢ້ຽມທີ່ສຸດ ເວົ້າຄາຖາສະແດງຄວາມກ້າອອກມາ: 1...2...3...ລຸຍ
ຖ້າເຈົ້າຕ້ອງ ຖາມຕົວເອງວ່າ ເຈົ້າຕ້ອງການຫຍັງແທ້ໆໃນຊີວິດ. ເຈົ້າຝັນຢາກເຮັດຫຍັງ?ແລະ ຈະໄດ້ມັນມາແນວໃດ? ໃນໂລກນີ້ບໍ່ມີໃຜສາມາດຊ່ວຍເຈົ້າໄດ້ ນອກຈາກເຈົ້າເອງ.
ມີຄໍາກ່າວວ່າ: ພະເຈົ້າຈະຊ່ວຍເຫລືອຄົນ ທີ່ຊ່ວຍເຫລືອໂຕເອງກ່ອນ. ຖ້າບໍ່ຢາກເປັນພະນັກງານຂາຍກໍ່ເລີກຊະ ບໍ່ມີໃຜຫ້າມເຈົ້າໄດ້ດ໋ອກ. ບໍລິສັດບໍ່ເສົ້າໃຈດ໋ອກ ຖ້າບໍ່ມີເຈົ້າ ຫລືບໍລິສັດບໍ່ລົ້ມລະລາຍຍ້ອນເຈົ້າດ໋ອກ. ເຈົ້າຫັນກັບມາເບີ່ງຕົວເອງໄດ້ແລ້ວວ່າເຈົ້າຕ້ອງການຫຍັງ? ນັກຂຽນ ໄກ້ນໍາທ່ຽວ ນັກທຸລະກິດເຄືອຂ່າຍ ນັກລົງທືນ ນັກຮ້ອງ ແມ່ນຫຍັງກໍ່ໄດ້ ແລະຕ້ອງແມ່ນສີ່ງທີ່ເຈົ້າຕ້ອງການມັນແທ້. ແລະຕອນນີ້ເຖີງເວລາລົງມືທໍາແລ້ວ ຂໍຢໍ້າຕອນນີ້ ບໍ່ແມ່ນມື້ອື່ນຫລື ເອົາໄວ້ກ່ອນ ບໍ່ມີເວລາອື່ນໃດອີກນອກຈາກປະຈຸບັນຕອນນີ້ດຽວນີ້ ນາທີນີ້ເທົ່ານັ້ນ ຂະນະທີ່ເຈົ້າກໍາລັງມີແຮງບັນດານໃຈຍັງເຕັມປ່ຽມຢູ່ ໃນວັນນື່ງເຮົາຕ່າງມີເວລາ 24 ຊົ່ວໂມງເທົ່າກັນ ຊີວິດເຮົາຈະດໍາເນີນໄປໃນທາງທິດໃດ ຂື້ນຢູ່ກັບວ່າ ເຮົາເຮັດຫຍັງ ເຮົາຄິດຫຍັງ ເຮົາຝັນຢາກໄດ້ຫຍັງ ເຮົາຕ້ອງການໄປໃດ ກັບເວລາຂອງເຮົາໃຫ້ເກີດປະໂຫຍດແນວໃດ?ຄວາມສຸກຂອງເຈົ້າຄືການໄດ້ເຮັດຫຍັງ?ຄວາມສຸກບໍ່ຈໍາເປັນຕ້ອງຍີ່ງໃຫຍ່ເລື້ອງລາວນ້ອຍໆທີ່ຢູ່ໃກ້ຕົວເຮົາກໍ່ທຳໃຫ້ເຮົາມີຄວາມສຸກໄດ້. ຄວາມສຸກຂອງຂ້ອຍໄດ້ອ່ານປີ້ມ ແລະ ຂຽນປີື້ມ.ຂ້ອຍມີຄວາມກ້າແລະກໍາລັງໃຈ ແລະ ມີການວາງແຜນຈະໃຊ້ຊີວິດໃຫ້ເຂັ້ມແຂງຕະຫລອດເວລາ. ຂ້ອຍຂໍຂອບໃຈສໍາລັບທຸກສີ່ງທຸກຢ່າງທີ່ຂ້ອຍໄດ້ຮັບໃນວັນນີ້ ແລະ ຂ້ອຍຂໍຄອບໃຂສໍາລັບບັນຫາແລະອຸປະສັກຕ່າງໆທີ່ຜ່ານເຂົ້າມາໃນຊີວິດຂອງເຂົາ ມັນທໍາໃຫ້ຂ້ອຍມີຄວາມເຂັ້ມແຂງ ແລະ ມີປະສົບການຫລາຍຂື້ນ ເຖີງຈະມີຫຍັງເກີດຂື້ນກັບຂ້ອຍກໍ່ຕາມຊີວິດຂ້ອຍມີຄຸນຄ່າຕໍ່ຄວາມຮັກສະເໜີ ແລ້ວເຈົ້າເດ່.

ຄວາມຄິດຂອງເຮົານີ້ເອງ ທີ່ເຮັດໃຫ້ເຮົາຕິດກັບໄປໃສບໍ່ໄດ້
ແລະ ຄວາມຄິດຂອງເຮົາອີກນີ້ແຫລະທີ່ສາມາດເຮັດໃຫ້ເຮົາເປັນອິດສະຫລະ

ແດ່ຄວາມສໍາເລັດຂອງເຈົ້າ
ທອງຈັນ ພົນທະຈັກ.

วันอังคารที่ 27 กันยายน พ.ศ. 2554

ແມ່ນຫຍັງປິດກັ້ນຄວາມສຳເລັດຂອງເຈົ້າຢູ່?

ການເປັນນັກເວົ້າສ້າງແຮງຈູງໃຈທີ່ມີຜູ້ຄົນໃຫ້ຄວາມສັດທານັນ ບໍ່ໄດ້ຂື້ນຢູ່ພຽງທັກສະໃນການເວົ້າເທົ່ານັ້ນ ສິ່ງທີ່ສຳຄັນຫລາຍທີ່ສຸດຄື “” ຈິດວິນຍານ”” ຂອງເຮົາ ເຈົ້າຮູ້ຈັກຕົວຕົນທີ່ແທ້ຈິງຂອງຕົວເອງຫລືຍັງວ່າ... - ເຈົ້າໃຫ້ຄຸນຄ່າກັບເລື້ອງຫຍັງໃນຊີວິດ? - Passion ທີ່ແທ້ຈິງຂອງເຈົ້າຄືຫຍັງ? - ເປັນຫຍັງເຈົ້າຈິງຢາກເປັນນັກເວົ້າສ້າງແຮງຈູງໃຈ? ຖ້າຍັງບໍ່ມີຄຳຕອບທີ່ຊັດເຈນໃຫ້ກັບຊີວິດຂອງຕົວເອງ ‘’ ຊີວິດຂອງເຮົາຈະເປັນແນວໃດ ກໍ່ຂື້ນຢູ່ກັບການເລືອກທີ່ຈະທຳ ແລະ ບໍ່ທຳຫຍັງໃນຊີວິດຂອງເຮົາເອງ? 22. ແມ່ນຫຍັງປິດກັ້ນຄວາມສຳເລັດຂອງເຈົ້າຢູ່? ຄົນ ເຮົາຈະມີຄວາມຢ້ານກວາສາລະພັດຢ່າງທີ່ປິດກັ້ນແລະດຶງເຮົາໄວ້ຈາກຄວາມສຳເລັດ ເຊັ່ນ ຢ້ານເຮົາບໍ່ເກັ່ງພໍ ຢ້ານວ່າເຮົາຄົງເຮັດບໍ່ໄດ້ ຢ້ານສຽງປະຕິເສດ ຢ້ານການປ່ຽນແປງ ຢ້ານຄວາມຫລົ້ມເຫລວ ແລະ ອື່ນໆ ຖ້າເຈົ້າທຳງານທີ່ຈະຕ້ອງມີການສ້າງທີມ ແນ່ນອນວ່າເຈົ້າຕ້ອງເຟັ້ນຫາຄົນທີ່ມີສັດຈະຍະພາບແລະເວົ້າຊັກຊວນໂນ້ມນ້າວໃຫ້ເຂົາເຫັນວ່າ ທຸລະກິດທີ່ເຈົ້າໄປຊວນເຂົາທຳນັ້ນດີແນວໃດ ໂອກາດສຸດຢອດຊໍ້າໃດ ແລ້ວເຈົ້າກໍ່ບອກກັບຄົນທີ່ຊັກຊວນວ່າ ເຈົ້າເຊື່ອນັ້ນວ່າເຂົາມີສັດຈະຍະພາບ ເຂົາຕ້ອງທຳສຳເລັດໄດ້ແນ່ !! …ເຂົາຟັງແລ້ວ ເຂົາອາດຈະຕອບວ່າ…ບໍ່ເປັນຫຍັງ ເຂົາທຳງານເດີມຂອງເຂົາກໍ່ດີຢູ່ແລ້ວ ເຂົາບໍ່ເຄີຍທຳງານທີ່ຕ້ອງໄປເວົ້າກັບຄົນຫລາຍໆ ເຂົາເຮັດບໍ່ໄດ້ດ໋ອກ! ຕົວຢ່າງທີ່ຍົກມານີ້ຄຸ້ນໆ ເພາະເຈົ້າເຈີະຢູ່ເປັນປະຈຳແມ່ນບໍ່? ເຫັນບໍ່ວ່າ ບາງຄົນຢ້ານການປ່ຽນແປງຫລາຍ ເຂົາບໍ່ກ້າທຳໃນສ່ີ່ງທີ່ບໍ່ຄຸ້ນເຄີຍ ຢ່າງນີ້ຮຽກວ່າຕິດຢູ່ໃນ Comfort Zone ຫລື ຄວາມສະດວກສະບາຍ ຫລື ຄວາມເຄີຍຊິນເດີມໆ ເຊັ່ນ ງານຮູບແບບເດີມໆ ຄົນເດີມໆ ເສັ້ນທາງເດີມໆ ຖ້າຈະຕ້ອງໃຫ້ອອກໄປປະເຊີນກັນສີ່ງໃໜ່ໆທີ່ບໍ່ຄຸ້ນເຄີຍ ມັນບໍ່ຢາກທີ່ຈະຕ້ອງຝືນຕົວເອງອອກໄປທຳ ບາງທີເຂົາກໍ່ປິດໂອກາດຕົວເອງເລີຍ . ບາງຄົນທຳງານກ້າວໜ້າມາໄດ້ລະດັບຫນື່ງ ກໍ່ຈະມີຂອບເຂດຂອງ Comfort Zone ທີ່ຂະຫຍາຍອອກໄປຈາກເດີມ ແຕ່ກໍ່ຈະໄປຕິດກັບພື້ນທີ່ສະບາຍໆແຫ່ງໃຫມ່ອີກແລ້ວ ຖ້າຈະເລື່ອນຕໍາແໜ່ງ ແລ້ວກໍ່ຕ້ອງທຳງານຫລາຍກວ່ານີ້ ໃຊ້ຄວາມພະຍາຍາມໜັກກວ່ານີ້ ຮູ້ສຶກວ່າຕ້ອງຝ່າຟັນຄວາມຍາກລໍ້າບາກຂື້ນອີກ ກໍ່ຈະບອກຕົວເອງພໍໍຊໍ້ານີ້ ລໍເອົາໄວ້ກ່ອນແລ້ວກັນ ເຫັນບໍ່ວ່າ ຄວາມສຳເລັດຂອງເຂົາກໍ່ຈະມີກຳແພງມາກັ້ນອີກແລ້ວ ຖ້າເຮົາບໍ່ກ້າທີ່ຈະກ້າວໄປຂ້າງໜ້າ ເຮົາຈະຢໍ້າຢູ່ກັບທີ່!!...ຈິງແມ່ນບໍ່? ຄົນທີ່ຢາກປະສົບຄວາມສຳເລັດ ເປັນຄົນທີ່ຕ້ອງຝຶກ…ຕ້ອງຝຶກຕົວເອງໃຫ້ກ້າປະເຊີນກັບຄວາມຍາກລໍ້າບາກທີ່ບໍ່ຄຸ້ນເຄີຍ ເອົາຕົວເອງອອກມາຈາກ Comfort Zone ເພື່ອຂະຫຍາຍຂີດຄວາມສາມາດແລະລະດັບຄວາມສຳເລັດຂອງຕົວເອງອອກໄປ ບາງຄົນຢ້ານກັບການທີ່ຈະຕ້ອງໄປຂາຍ ຫລື ຮີຄູດຄົນທີ່ມີຊັດຈະຍະພາບເໜືອກວາເຮົາ!! ບໍ່ຊາບວ່າອັນນີ້ລວມເຖີງຕົວເຈົ້າດ້ວຍຫລືບໍ່? ເຈົ້າຢາກໄດ້ ‘’ ຄາຖາເອົາຊະນະຄວາມຢ້ານກວາ’’ ບໍ່? …ຟັງດີໆເດີ!!.. ເວລາເຈີະຄົນທີ່ມີຊັດຈະຍະພາບກວ່າເຮົາ ໃຫ້ເຈົ້າມີສະຕິ ຈັບຕົວເອງແລະຍອມຮັບໄປກ່ອນເລີຍກໍ່ໄດ້ວ່າ ເຈົ້າຢ້ານ (ຖ້າເປັນເມື່ອກ່ອນ ເຈົ້າກໍ່ຈະງຽບ ຫລືບໍ່ກໍ່ເດີນໜີໄປເລີຍແມ່ນບໍ່? ໃຫ້ເຈົ້າວາງຄວາມຢ້ານກວາໄວ້ຂ້າງໆເຈົ້າກ່ອນ ແລ້ວຮຽກຄາຖາ ‘’ ຄາຖາເອົາຊະນະຄວາມກວາ ‘’ ຂອງຂ້ອຍມາໃຊ້ ໂດຍບອກຕົວເອງວ່າ ‘’ 1..2..3.. ລຸຍ!!!’’ ສະບາຍດີທ່ານລູກຄ້າ…..”” ເອີຍປາກຂາຍຫລືເອີຍປາກຮີຄຣູດເລີຍໂອເຄບໍ່? ແລ້ວເຈົ້າຈະຊ໋ອກກັບຄາຖາມະຫັດສະຈັນນີ້!! ຄວາມຈິງແລ້ວຄວາມກວາມັນຢູ່ໃນຕົວເຮົານີ້ແຫລະ ແຕ່ເຮົາບໍ່ເຄີຍຮຽກມັນອອກມາໃຊ້ ແລ້ວເຈົ້າກໍ່ບໍ່ຕ້ອງໄປຫາວິທີກຳຈັດຄວາມກວາໃຫ້ຫມົດໄປ ເພາະຄວາມກວາຈະຢູ່ກັບເຈົ້າຕະຫລອດຊີວິດ ເຈົ້າບໍ່ມີທາງກຳຈັດມັນໄດ້ ແຕ່ໃຫ້ເຈົ້າຢູ່ກັບຄວາມກວາ ບາງຄົນບອກວ່າ ‘’ ໃຫ້ເຮົາເຕັ້ນລໍາໄປກັບຄວາມກວາ ‘’ ເຈົ້າຄິດວ່າຄົນກ້າຫານເຂົາບໍ່ມີຄວາມກວາແມ່ນບໍ່? ເຂົາກວາເດີ…ແຕ່ເຂົາກໍ່ລົງມືທຳທັ້ງໆມທີ່ກວາ!! ນັ້ນແຫລະຄືຄວາມກ້າຫານທີ່ແທ້ຈິງ!!! ບາງຄົນຢ້ານຄວາມຫລົ້ມເຫລວ ເຮັດໃຫ້ບໍ່ກ້າຕັ້ງເປົ້າໜາຍ ຫລືບາງຄັ້ງເຂົາກໍ່ເອົາແຕ່ຄິດວ່າ ຖ້າເຮັດແລ້ວບໍ່ສຳເລັດລະ? ຂ້ອຍຈະເຮັດໄດ້ບໍ່? ມັນຈະໄດ້ຈິງຫລືບໍ່? ຈະເສຍເວລາແລະເສຍແຮງໄປຟຮີໆບໍ່? ພວກນີ້ຈະເອົາແຕ່ຄິດໆກັງວົນໆ ບໍ່ກ້າທີ່ຈະລົງມືທຳ ຫລື ຖ້າລົງມືທຳກໍ່ທຳແບບກ້າໆກວາໆ ບໍ່ຍອມລົງທືນແລະລົງແຮງທຳເຕັມທີ່ ເພາະຢ້ານຈະຂາດທືນ ຢ້ານຈະຫລົ້ມເຫລວ ພວກເຂົາຫລີ້ນເກມແບບຕັ້ງຮັບ ບໍ່ຍອມຫລີ້ນເກມລຸກ ຫລີ້ນແບບກັນບໍ່ໃຫ້ແພ້.. ຄົນທີ່ປະສົບຄວາມສຳເລັດເຂົາຈະລົງມືທຳຢ່າງເຕັມທີ່ ຈິງຈັງ ທຸ້ມເທສຸດໆ ແລ້ວຕົວເຈົ້າລະ..ເຈົ້າຢ້ານຫຍັງຢູ່ຕອນນີ້ ເຈົ້າຫລີ້ນເກມເພື່ອທີ່ຈະຊະນະຫລືບໍ່? ຄົນທີ່ກ້າຫານຄືຄົນທີ່ລົງມືທຳທັ້ງໆທີ່ຢ້ານກວາ!! ຄົນທີ່ປະສົບຄວາມສຳເລັດຄືຄົນທີ່ຫລີ້ນເກມເພື່ອທີ່ຈະຊະນະ!! ເຈົ້າໂປຼແກຣມຕົວເອງໄວ້ແບບໄໜ? ເຈົ້າຮູ້ບໍ່ວ່າ ‘’ ຄົນເປັນຄົນຢ່າງທີ່ເຈົ້າຄິດຕະຫລອດເວລາ!”” ເຊັ່ນ ຖ້າເຈົ້າຄິດວ່າເຈົ້າເປັນຄົນບໍ່ເກັ່ງ ເຈົ້າກໍ່ຈະເປັນຄົນບໍ່ເກັ່ງໃນໂລກຂອງເຈົ້າເອງ ເຈົ້າຈະຂາດຄວາມເຊື່ອໜັ້ນໃນຕົວເອງ ເຈົ້າຈະກັງວົນວ່າຈະເຮັດບໍ່ໄດ້ແມ່ນບໍ່? ສີ່ງທີ່ເຈົ້າທຳໄປມັນດີຫລືບໍ່? ໍ ເວລາທີ່ເຈົ້າເຮັດຫຍັງບໍ່ດີ ມັນກໍ່ຈະຜ່ານເລີຍໄປ ແຕ່ເວລາທີ່ເຈົ້າທຳໄດ້ດີ ເຈົ້າກໍ່ຈະຕອກຢໍ້າກັບຕົວເອງວ່າ ‘’ ຂ້ອຍນີ້ມັນບໍ່ໄດ້ເລື່ອງເລີຍ ຂ້ອຍບໍ່ມີຄວາມສາມາດ!”” ແມ່ນບໍ່? ເຈົ້າມີປະສົບການແລະຂໍ້ພິສູດຫລາຍຕໍ່ຫລາຍຄັ້ງວ່າ ເຈົ້າບໍ່ເກັ່ງ ແລ້ວມັນກໍ່ກາຍເປັນຄວາມຈິງໃນໂລກຂອງເຈົ້າ!!? ນັບຈາກນີ້ໄປ..ລະວັງສີ່ງທີ່ເຈົ້າຄິດໃຫ້ດີໆ ເພາະສິ່ງທີ່ເຈົ້າຄິດເລື້ອຍໆເວົ້າເລື້ອຍໆເຫັນເລື້ອຍໆທຳເລື້ອຍໆ ມັນນຈະກາຍເປັນການໂປຼແກຣມຕົວເຈົ້າເອງແບບອັດຕະໂນມັດໂດຍທີ່ເຈົ້າບໍ່ຮູ້ຕົວ!! ຫລັກການທຳງານຂອງສະຫມອງແລະຈິດໃຕ້ສຳນຶກມີຢູ່ວ່າ ‘’ ສ່ີ່ງທີ່ໃສ່ເຂົ້າໄປເທົ່າກັບສີ່ງທີ່ອອກມາ’’ ‘’ Input=Output “” ເຈົ້າໃສ່ໃຈຫຍັງເຂົ້າໄປໃນສະຫມອງຫລື້ຄວາມຄິດຂອງເຈົ້າ ຜົນລັບມັນກໍ່ຈະອອກມາເປັນແບບນັ້ນ ໃນເມື່ອເຮົາຮູ້ຫລັກການຂອງສະຫມອງແລະຈິດໃຕ້ສຳນຶກແບບນີ້ແລ້ວ ເປັນຫຍັງເຮົາບໍ່ໂປຼແກຣມຕົວເອງໃຫ້ດີໆເນາະ? ແທນທີ່ເຮົາຈະປ່ອຍໃຫ້ສີ່ງນີ້ເກີດຂື້ນແບບອັດຕະໂນມັດທີ່ເຮົາບໍ່ຮູ້ຕົວ ຫລືເວົ້າງ່າຍໆ ກໍ່ຄື ເຮົາບໍ່ເຄີຍຝຶກຕົວເອງທີ່ຈະ ‘’ ມີສະຕິ’’ ກຳກັບຄວາມຄິດ ຄຳເວົ້າ ແລະການກະທຳຂອງເຮົາ ສີ່ງທີ່ເຮົາຕ້ອງໃຊ້ສະຕິໃນການໂປຼແກຣມຕົວເອງ ຫລືໃສ່ Input ດີໆ ໄດ້ແກ່ 1. ຄວາມຄິດ 2. ຄຳເວົ້າ 3. ພາບທີ່ເຮົາເຫັນດ້ວຍຕາ ຫລືເຫັນຈາກຈີນຕະນາການກໍ່ໄດ້ 4. ການສະແດງອອກ ຫລື ການໃຊ້ຮ່າງກາຍຂອງເຮົາ ເຊື່ອໜັ້ນໃນຕົວເອງສູງຂື້ນວ່າເຮັດແນວໃດ? ສີ່ງທີ່ເຈົ້າຄິດ ເວົ້າ ເຫັນ ຫລື ເຮັດເລື້ອຍໆ ຈະກາຍເປັນນິໄສ ຍີ່ງສະພາວະອາລົມທີ່ເຈົ້າມີເຂັ້ມຂົ້ນເທົ່າໃດ ມັນຈະຍີ່ງລົງສູ່ຈິດໃຕ້ສຳນຶກໄດ້ໄວແລະເປັນການໂປຼແກຣມຕົວເອງແບບເຂັ້ມຂຸ້ນຫລາຍຂື້ນເທົ່ານັ້ນ. ເລີ້ມບອກຕົວເອງທຸກວັນໄດ້ແລ້ວວ່າ ‘’ ຂ້ອຍເປັນຄົນໂຊກດີ!!”” ເມື່ອສິ່ງດີໆເກີດຂື້ນ ແມ້ຈະນ້ອຍ ກໍ່ໃຫ້ບອກຕົວເອງວ່າ ‘’ ໂຊກດີຈັງ! ແລ້ວຄອຍດູວ່າ ເຈົ້າເລີ້ມດຶງດູດຄວາມໂຊກດີເຂົ້າມາໃນຊີວິດຫລາຍຂື້ນຫລື ບໍ່?